ຄລອບ ຕອບຕົກລົງຂະຫຍາຍສັນຍາກັບລີເວີພູລ ເຖິງປີ 2026

ສື່ຊັ້ນນຳ ‘‘The Athletic’’ ລາຍງານວ່າ ເຈີເກັນ ຄລ໊ອບ ຜູ້ຈັດການທີມ ລີເວີພູລ ລວມເຖິງທີມງານຄູຝຶກ ໄດ້ຕອບຕົກລົງຂະຫຍາຍສັນຍາກັບ ລີເວີພູລ ອອກໄປອີກ 2 ຫລື ເຖິງປີ 2026.

ກ່ອນຫນ້ານີ້ ມີລາຍງານວ່າ ລີເວີພູລ ພວມຊຸກຍູ້ໃນການການເຈລະຈາທີ່ຈະຕໍ່ສັນຍາກັບ ຄລ໊ອບ ທີ່ພວມຈະຫມົດລົງໃນປີ 2024 ອອກໄປ ຫລັງຄູຝຶກຊາວເຢຍລະມັນສະແດງທ່າທີວ່າຕ້ອງການເຮັດວຽກໃນຖິ່ນ ແອນຟິລ ຕໍ່ໄປ.

ຈົນຫລ້າສຸດ ເດວິສ ອອນສະຕຣີນ ນັກຂ່າວຄົນດັງຂອງສື່ດັ່ງກ່າວ ເປີດເຜີຍວ່າ ຄລ໊ອບ ໄດ້ຕົກລົງທີ່ຈະຂະຫຍາຍສັນຍາກັບລີເວີພູລ ອອກໄປອີກ 2 ປີ ຫລື ຈົນເຖິງປີ 2026 ເປັນທີ່ຮຽບຮ້ອຍແລ້ວ ເຊັ່ນດຽວກັບທີມຄູເຝິກຂອງລາວ ໂດຍຂະນະນີ້ລໍຖຖ້າພຽງການປະກາດຢ່າງເປັນທາງການຈາກສະໂມສອນເທົ່ານັ້ນ.

ທັງນີ້ຜູ້ຈັດການທີມອາຍຸ 54 ປີພວມພາ ລີເວີພູລ ເດີນຫນ້າລຸ້ນ 4 ແຊ໊ມໃນລະດູການນີ້ ຫລັງຄວ້າແຊ໊ມ ຄາຣາບາວ ຄັບ ມາຄອງແລ້ວ 1 ລາຍການ.