3 ເດືອນຕົ້ນປີ ອຸດົມໄຊ ສາມາດແກ້ໄຂພາຫະນະນຳເຂົ້າບໍ່ຖືກໄດ້ 519 ຄັນ

ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງົບປະມານ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈັດຕັ້ງປະຕິບັດ 9 ເດືອນທ້າຍປີ 2022 ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ ໃນວັນທີ 27 ເມສາ 2022 ນີ້ວ່າ:

ດ້ານການຈັດຕັ້ງງົບປະມານສາມາດຈັດເກັບລາຍຮັບໄດ້ທັງຫມົດ 36,42 ຕື້ກີບເທົ່າກັບ 25,36% ຂອງແຜນການປີ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານກົງຈັກ ແລະ ວຽກງານຈັດເກັບລາຍຮັບແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແໜງການເງິນອັນທີ່ພົ້ນເດັ່ນ, ການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງມາຮອດປັດຈຸບັນມີຍານພາຫະນະມາແຈ້ງຂຶ້ນບັນຊີສະຖິຕິທັງໝົດ 520 ຄັນ ແລະ ກົນຈັກໜັກທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 85 ຄັນ ປັດຈຸບັນໄດ້ແກ້ໄຂແລ້ວ 519 ຄັນ.

ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກວ່າດ້ວຍການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບ, ການຈັດຕັ້ງປະຕິບັດການປະຢັດ ແລະ ຕ້ານການຟູມເຟືອຍພ້ອມທັງໄດ້ຍົກໃຫ້ຮູ້ເຖິງດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການຈຸດສຸມໃນໄລຍະ 9 ເດືອນທີ່ຂະແໜງການເງິນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ. ນອກຈາກນີ້, ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນກ່ຽວກັບສະພາບດ້ານດີ, ດ້ານອ່ອນຂໍ້ຄົງຄ້າງກ່ຽວກັບການ ຈັດຕັ້ງປະຕິບັດການຈັດເກັບລາຍຮັບຈາກຄະນະນຳຂັ້ນເມືອງ, ຄະນະຮັບຜິດຊອບການຈັດເກັບລາຍຮັບ ແລະ ການແກ້ໄຂບັນຫາລົດທີ່ນຳເຂົ້າບໍ່ຖືກຕ້ອງຈາກຄະນະຮັບຜິດຊອບ.