ໂອກາດພົບປະກັບ ທ່ານ ຮີໂລຢູກິ ໂຮໂຊດາ (Hiroyuki Hosoda) ປະທານສະພາຜູ້ແທນ ຣາຊະດອນ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 27 ເມສາ ນີ້ ຜ່ານລະບົບວິດີໂອທາງໄກ; ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມືລະຫວ່າງ ລາວ-ຍີ່ປຸ່ນ ໃນໄລ ຍະຜ່ານມາ ແລະ ໄດ້ສະເໜີບາງທິດທາງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ໜ້າ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້, ເປັນໂອກາດດີໃຫ້ແກ່ສອງຝ່າຍ ໃນການປຶກສາຫາລື ແລະ ແລກປ່ຽນ ຄໍາຄິດຄໍາເຫັນນໍາກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນ ມູນເຊື້ອທີ່ດີງາມ ແລະ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ກໍຄື ສອງອົງການນິຕິບັດຍັດ ໃຫ້ນັບມືນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຂຶ້ນເລື້ອຍໆ. ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະ ນັບແຕ່ສອງປະເທດໄດ້ຍົກລະດັບມາເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2015, ໄດ້ມີການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຈົນຕະຫຼອດຮອດການຢ້ຽມຢາມແລກປ່ຽນບົດຮຽນ ຂອງວິຊາການນັບແຕ່ສູນກາງ ແລະ ທ້ອງຖິ່ນ ນຳກັນຢ່າງເປັນປົກກະຕິ.
ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງທີ່ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການພັດທະນາດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ແຮງງານ, ການສົ່ງນັກກົດໜາຍໄປຊ່ວຍສ້າງປະມວນກົດໝາຍອາຍາ ແລະ ກົດໝາຍແພ່ງ, ການສົ່ງອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນ ມາເຮັດວຽກຢູ່ລາວ ແລະ ສະໜອງທຶນການສຶກສາໃຫ້ແກ່ ສປປ ລາວ ໃນແຕ່ລະປີ ລວມທັງໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ນອກຈາກນີ້, ເພື່ອສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ເຂົ້າໃຈເລິກເຊິງ ກ່ຽວກັບ ວັດທະນະທໍາ ແລະ ເອກກະລັກຂອງ ແຕ່ລະປະເທດ, ສອງຝ່າຍໄດ້ຮ່ວມກັນປູກຕົ້ນຊາກຸຣະ ຢູ່ແຂວງຫົວພັນ ແລະ ສປປ ລາວ ໄດ້ມອບຊ້າງເປັນຂອງຂວັນໃຫ້ ຍີ່ປຸ່ນ ເພື່ອເປັນສັນຍາລັກ ແຫ່ງ ມິດຕະພາບ ຊຶ່ງເປັນວິທີທີ່ດີຫຼາຍ ໃນການສຶກສາໃຫ້ຄົນຮຸ່ນໜຸ່ມເຂົ້າໃຈເຖິງມູນເຊື້ອສາຍພົວພັນທີ່ດີງາມ ລະຫວ່າງ ສອງຊາດ ລາວ-ຍີ່ປຸ່ນ.
ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ່ ສປປ ລາວ ຕະຫຼອດມາ ເວົ້າລວມ, ເວົ້າສະເພາະແມ່ນການຊ່ວຍເຫຼືອຕໍ່ສະພາແຫ່ງຊາດ ໃນໄລຍະຜ່ານມາຂອງອົງການນິຕິບັນຍັດຍີ່ປຸ່ນ. ພ້ອມນີ້, ກໍໄດ້ສະເໜີບາງທິດທາງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃນຕໍ່ ໜ້າຄື ດັ່ງນີ້:
1. ສະເໜີໃຫ້ສອງອົງການນິຕິບັນຍັດຂອງພວກເຮົາ ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ໃນລະດັບປະທານສະພາ, ກຳມາທິການ, ຄະນະມິດຕະພາບລັດຖະສະພາລາວ-ຍີ່ປູ່ນ ໄປພ້ອມກັບການຈັດການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ;
2. ສືບຕໍ່ໃຫ້ມີການແລກປ່ຽນບົດຮຽນ ໃນຫົວຂໍ້ວິທະຍາສາດຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ໂດຍຜ່ານຮູບແບບການຈັດກອງປະຊຸມສໍາມະນາ ທາງໄກ ຫຼື ການຝຶກອົບຮົມສຳມະນາ ແບບເຊິ່ງໜ້າ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ;
3. ສະເໜີໃຫ້ຊ່ວຍຊຸກຍູ້ ໃຫ້ລັດຖະບານ ກໍຄືລັດຖະສະພາຍີ່ປຸ່ນ ສືບຕໍ່ໃຫ້ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດ ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ພະນັກງານຂອງ ສປປ ລາວ, ເວົ້າສະເພາະແມ່ນ ພະນັກງານ-ວິຊາການ ຂອງສະພາແຫ່ງຊາດລາວ;
4. ຊຸກຍູ້ໃຫ້ສອງລັດຖະບານ ຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາ ຂໍ້ຕົກລົງຂອງສອງລັດຖະບານ ເປັນຕົ້ນ ບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ກໍຄື ການຜັນຂະຫຍາຍແຜນງານການຮ່ວມມືຂອງສອງປະເທດ;
5. ຊຸກຍູ້, ສົ່ງເສີມນັກທຸລະກິດຍີ່ປຸ່ນ ມາລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ, ລວມທັງໃຫ້ມີການແລກປ່ຽນລະຫວ່າງປະຊາຊົນ ແລະ ປະຊາຊົນ ແລະ ວັດທະນະທຳລະຫວ່າງສອງປະເທດໃຫ້ນັບມື້ຫຼາຍຂຶ້ນ;
6. ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ.