ການຕິດຕັ້ງລະບົບໄຟ LED ໃສ່ພາຫະນະ ຈະຖືກມາດຕະການສຶກສາອົບຮົມກ່າວເຕືອນ

ອີງຕາມ ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນໃຫ້ຮູ້ວ່າ:ໃນວັນທີ 14 ກັນຍາ 2022 ນີ້ ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ບັນຫາການສັນຈອນຕາມທ້ອງຖະໜົນ ໂດຍສະເພາະໃນເວລາຄໍ່າຄືນ ຍັງກວດກາພົບເຫັນລົດຍົນຈຳນວນໜຶ່ງຕິດຕັ້ງລະບົບໄຟ LED ແລະ ເດີນທາງ ສັນຈອນໃນຍາມຄໍ່າຄືນ ຜ່ານມາກວດພົບເຫັນ ໃນພາຫະນະປະເພດລົດບັນທຸກ, ລົດໂດຍສານ ຢູ່ຄີວລົດເມສາຍໃຕ້ ຍັງຕິດຕັ້ງໄຟດັ່ງກ່າວ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນ, ເພື່ອນຮ່ວມທາງ ມາໃນທິດທາງກົງກັນຂ້າມ ເຫລື້ອມຕາ, ຫລື ເສຍການຊົງຕົວໃນການຂັບຂີ່ ມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.
ຕໍ່ກັບບັນຫາດັ່ງກ່າວນີ້ ພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ຈຶ່ງໄດ້ສົມທົບກັບກົມຕໍາຫລວດ ຈະລາຈອນ ແລະ ຈະລາຈອນ 9 ຕົວເມືອງ ໃຊ້ມາດຕະການສຶກສາອົບຮົມກ່າວເຕືອນ ຫລື ຮື້ຖອນອອກ ກໍລະນີ ພົບເຫັນຄັ້ງຕໍ່ໄປ ຈະນຳໃຊ້ມາດຕະການປັບໃໝຂັ້ນເດັດຂາດ.

