ແຕກຫັກ, ໂປເຊັດຕີໂນ ບໍ່ຕ້ອງກງານຄຸມ ປາຣີສ ອີກຕໍ່ໄປ

ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຊາວອາເຈນຕີນາ ຂອງ ປາຣີສ ແຊັງ ແຊັກແມັງ ທີມດັງແຫ່ງລີກ ເອິງ ຝຣັ່ງ ຕົກເປັນຂ່າວບໍ່ຕ້ອງການຄຸມທີມອີກຕໍ່ໄປແລ້ວ ສ່ວນທາງດ້ານຄະນະບໍລິຫານກໍຕອບສະຫນອງທັນທີ ເມື່ອພວກເຂົາກໍບໍ່ຕ້ອງການໃຫ້ນາຍໃຫຍ່ຄົນນີ້ຄຸມທີມຢູ່ຂ້າງສະຫນາມເຊັ່ນດຽວກັນ.
ກ່ອນຫນ້ານີ້ ອະນາຄົດຂອງ ເມົາຣີຊີໂອ ໂປເຊັດຕີໂນ ສັ່ນຄອນພໍສົມຄວນ ຫລັງນຳທີມຕົກຮອບ 16 ທີມສຸດທ້າຍ ຢູຟາ ແຊ໊ມປຽນລີກ ເຊິ່ງເປົ້າຫມາຍຫລກຂອງທີມ ລວມເຖິງກະແສຂ່າວທີ່ລາວເປັນຫນຶ່ງໃນຜູ້ຈັດການທີມທີ່ມີໂອກາດຄຸມ ແມນເຊສເຕີ ຢູໄນເຕັດ ກັບ ເອຣິກ ເທນ ຮາກ ກ່ອນທີ່ຈະເປັນ ເທນ ຮາກ ໄດ້ຮັບຕຳແຫນ່ງນີ້ໄປ.
ເປັນທີ່ເຊື່ອກັນວ່າ ທັງຄະນະບໍລິຫານຂອງສະໂມສອນ ແລະ ທາງຝັ່ງຂອງ ເມົາຣີຊີໂອ ໂປເຊັດຕີໂນ ພວມເຈລະຈາເລື່ອງຈຳນວນຄ່າຊົດເຊີຍ ເຊິ່ງຄາດວ່າຈະຢູ່ທີ່ 15 ລ້ານຢູໂຣ ໂດຍທີ່ ຊີເນດິນ ຊີດານ ມີໂອກາດຫລາຍທີ່ຈະເຂົ້າມາຄຸມທີມແທນ.

