ບາເຍີນ ລຸ້ນອາການບາດເຈັບ ຊາດິໂອ ມາເນ່ ຫລັງບາດເຈັບໃນເກມຖະຫລົ່ມ ເບຣເມນ ລຸ້ນຜົນສະແກນວ່າຈະໄດ້ໄປບານໂລກຫລືບໍ່

ຊາດິໂອ ມາເນ່ ກອງໜ້າຂອງ ບາເຢິນ ມິວນິກ ອາດຈະອົດໄປບານໂລກ 2022 ຫລັງຈາກທີ່ລາວໄດ້ຮັບບາດເຈັບໃນລະຫວ່າງເກມທີ່ ບາເຢິນ ມິວນິກ ຊະນະ ວອດເດີ ເບຣເມນ 6-1 ໃນການແຂ່ງຂັນຂອງ ບຸນເດສລິກາ ເຢຍລະມັນ ເມື່ອວັນອັງຄານທີ 8 ພະຈິກ ທີ່ຜ່ານມາ.
ຫົວຫອກທີມຊາດເຊເນກັລ ໄດ້ຮັບບາດເຈັບໃນຂະນະທີ່ຫລິ້ນໃຫ້ ບາເຢິນ ປະມານ 20 ນາທີ, ເຖິງແມ່ນວ່າລາວພະຍາຍາມຈະສືບຕໍ່ຫລິ້ນຫລັງຈາກໄດ້ຮັບການປະຖົມພະຍາບານ. ແຕ່ໃນທີ່ສຸດ ທີມແພດໄດ້ຕັດສິໃຈປ່ຽນໂຕລາວອອກ ແລະ ສົ່ງ ຊາເນ່ ລົງມາແທນ
ສິ່ງທີ່ເປັນຄວາມກັງວົນຄື ມາເນ່ ຢ່າງຂະເຢກອອກຈາກສະໜາມເຂົ້າໄປໃນອຸໂມງ. ເຊິ່ງຖືວ່າໜ້າໃຈຫາຍສຳລັບ ເຊເນກັລ ຍ້ອນວ່າພວກເຂົາຍັງເຫລືອພຽງແຕ່ 13 ມື້ເທົ່ານັ້ນທີ່ຈະເຕະບານໂລກທີ່ກາຕ້າ. ແລະ ຕ້ອງລຸ້ນໃຫ້ອະດີດດາວເຕະ ລິເວີພູລ ຈະບາດເຈັບສາຫັດປານໃດ.

