ທ່ານ ເຊບາ ຊາຣີຟ ໄດ້ເປັນນາຍົກລັດຖະມົນຕີຄົນໃໝ່ ຂອງປາກິດສະຖານ ຫລັງທ່ານ ອິມຣານ ຂ່ານ ຖືກປົດຈາກມະຕິບໍ່ໄວ້ວາງໃຈ

ປາກິດສະຖານເລືອກທ່ານ ເຊບາ ຊາຣີຟ ຜູ້ນຳຝ່າຍຄ້ານຄົນປັດຈຸບັນ ເປັນນາຍົກລັດຖະມົນຕີຄົນໃໝ່ ຫລັງຈາກທ່ານ ອິມຣານ ຂ່ານ ຕ້ອງລົງຈາກຕຳແໜ່ງ ເນື່ອງຈາກເສຍໄຊໃນການອະພິປາຍບໍ່ໄວ້ວາງໃຈ.
ວັນທີ 12 ເມສາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະພາຜູ້ແທນລາຊະດອນປາກິດສະຖານມີມະຕິເລືອກທ່ານ ເຊບາ ຊາຣີຟ ຜູ້ນຳຝ່າຍຄ້ານຄົນປັດຈຸບັນ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ແທນທ່ານ ອິມຣານ ຂ່ານ ເຊິ່ງພົ້ນຈາກຕຳແໜ່ງໄປກ່ອນໜ້ານີ້ ເນື່ອງຈາກຖືກສະພາລົງມະຕິບໍ່ໄວ້ວາງໃຈ.
ທ່ານ ຊາຣີຟ ກ້າວຂຶ້ນເປັນນາຍົກລັດຖະມົນຕີຄົນທີ 23 ຂອງປາກິດສະຖານ ຫລັງໄດ້ຄະແນນສຽງສະໜັບສະໜູນ 174 ສຽງ ຈາກທັງໝົດ 342 ສຽງ ໃນກອງປະຊຸມສະມັດຊາແຫ່ງຊາດເພື່ອຈັດການເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ໃນວັນທີ 11 ເມສາ ໂດຍທ່ານ ຊາຣີຟ ຈະຢູ່ໃນຕຳແໜ່ງນາຍົກລັດຖະມົນຕີໄປຈົນກວ່າປາກິດສະຖານຈະຈັດການເລືອກຕັ້ງທົ່ວໄປຄັ້ງຕໍ່ໄປ ເຊິ່ງຄາດວ່າຈະມີຂຶ້ນໃນປີ 2023.
ທັງນີ້, ທ່ານ ຊາຣີຟ ອາຍຸ 70 ປີ ເປັນນ້ອງຊາຍຂອງທ່ານ ນາວາ ຊາຣີຟ ອະດີດນາຍົກລັດຖະມົນຕີ 3 ສະໄໝຂອງປາກິດສະຖານ. ອີກທັງຍັງເປັນຜູ້ນຳພັກສັນນິບາດມຸດສະລິມປາກິດສະຖານນາວາ (PML-N) ພັກຝ່າຍຄ້ານຫລັກຂອງປາກິດສະຖານ ເຊິ່ງເປັນແກນນຳສະເໜີຍັດຕິເປີດອະພິປາຍບໍ່ໄວ້ວາງໃຈທ່ານ ອິມຣານ ຂ່ານ ຈົນຖືກປົດຈາກຕຳແໜ່ງ.
ສຳນັກຂ່າວຣອຍເຕີລະບຸໃນລາຍງານວ່າ: ຜ່ານມາປາກິດສະຖານບໍ່ເຄີຍມີນາຍົກລັດຖະມົນຕີທີ່ມາຈາກການເລືອກຕັ້ງທີ່ສາມາດຢູ່ໃນຕຳແໜ່ງໄດ້ຄົບວາລະ 5 ປີ ນັບແຕ່ໄດ້ຮັບເອກະລາດຈາກອັງກິດເມື່ອປີ 1947 ເຖິງວ່າທ່ານ ອິມຣານ ຂ່ານ ຈະເປັນນາຍົກລັດຖະມົນຕີຄົນທຳອິດທີ່ຖືກປົດອອກຈາກຕຳແໜ່ງ ເນື່ອງຈາກການລົງມະຕິບໍ່ໄວ້ວາງໃຈ.
ໃນລະຫວ່າງການອະພິປາຍຄັ້ງທຳອິດຕໍ່ລັດຖະສະພາ ພາຍຫລັງສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີໃນຄໍ່າວັນທີ 11 ເມສາ, ທ່ານ ຊາຣິຟ ໄດ້ໃຫ້ຄຳໝັ້ນວ່າ: ທ່ານຈະເລັ່ງແກ້ໄຂບັນຫາເສດຖະກິດຕົກຕໍ່າ, ຂຶ້ນຄ່າແຮງງານ, ຂຶ້ນເງິນບຳນານ, ປ່ຽນແປງນະໂຍບາຍຕ່າງປະເທດ, ສົ່ງເສີມການພົວພັນກັບປະເທດໃກ້ຄຽງຄືຈີນ ແລະ ອິນເດຍ ຕະຫລອດຈົນປະເທດຕາເວັນຕົກ ລວມທັງການເດີນໜ້າສືບຕໍ່ໂຄງການຕ່າງໆ ພາຍໃຕ້ໂຄງການລະບຽງເສດຖະກິດຈີນ-ປາກິດສະຖານ (CPEC).
ອ້າງອີງ:
https://edition.cnn.com/…/pakistan-prime…/index.html

