ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ ປະຊາຄົມໂລກສະກັດກັ້ນບໍ່ໃຫ້ ຄວາມບາດໝາງແຜ່ຂະຫຍາຍ

ກ່ອນວັນລະນຶກເຫດການສັງຫານໝູ່ສາກົນຈະມາເຖິງ, ທ່ານ ແອນໂຕນີໂອ ກູເຕີເຣັສ ເລ ຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ປະກອບຄຳເຫັນ ຜ່ານທາງວິດີໂອ ໂດຍຮຽກຮ້ອງ ໃຫ້ປະຊາຄົມໂລກຮ່ວມກັນສະກັດກັ້ນບໍ່ໃຫ້ຄວາມບາດໝາງ ແຜ່ຂະຫຍາຍ.
ວັນທີ 27 ມັງກອນ ເປັນວັນ ລະນຶກເຫດການສັງຫານໝູ່ສາ ກົນ. ທ່ານ ກູເຕີເຣັສ ກ່າວວ່າ: ອົງການສະຫະປະຊາຊາດໄວ້ ອາໄລເຖິງຊາວຢິວ 6 ລ້ານຄົນທີ່ ເສຍຊີວິດໃນເຫດການສັງຫານໝູ່ ແລະ ຍັງມີຄົນຈຳນວນຫຼວງ ຫຼາຍຈົນນັບບໍ່ຖ້ວນເສຍຊີວິດໃນຍຸກແຫ່ງທາລຸນກຳແຜ່ຂະຫຍາຍ ໃນທົ່ວໂລກ. ເຖິງວ່າຊູ່ມື້ນີ້, ສົງ ຄາມໂລກຄັ້ງທີສອງໄດ້ສິ້ນສຸດລົງຫຼາຍສິບປີແລ້ວກໍຕາມ, ແຕ່ ລັດທິຕ້ານຊາວຢິວຍັງຄົງຕົວຢູ່. ຂະນະດຽວກັນ ອະຄະຕິຮູບແບບ ອື່ນໆກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທ່ານ ກູເຕີເຣັສ ກ່າວຕື່ມວ່າ: ພວກນາຊີໃໝ່, ກຸ່ມບູຊາຄົນຜິວ ຂາວ ແລະ ອິດທິກຳລັງອື່ນໆເປັນ ຜູ້ເຜີຍແຜ່ຄວາມບາດໝາງຫົວຮຸນແຮງຕົ້ນຕໍ. ແຕ່ໜ້າເສຍດາຍ ນັ້ນແມ່ນແນວຄິດຊົ່ວຮ້າຍເຫຼົ່ານີ້ກຳລັງກາຍເປັນແນວຄິດຫຼັກໃນສັງຄົມ ແລະ ການເມືອງຫຼາຍ ແຫ່ງໃນໂລກ. ພວກເຮົາຕ້ອງ ຮ່ວມມືກັນເພື່ອສະກັດກັ້ນບໍ່ໃຫ້ມີການຂະຫຍາຍຕົວຂອງຄວາມບາດໝາງ ແລະ ຫັນເປັນປົກກະ ຕິ.
ທ່ານ ກູເຕີເຣັສ ກ່າວເນັ້ນ ວ່າ: ປະຊາຊົນບັນດາປະເທດ ລ້ວນແຕ່ມີຄວາມຮັບຜິດຊອບ ໃນການຕໍ່ຕ້ານລັດທິເຊື້ອຊາດ ແລະ ຄວາມຮຸນແຮງຢ່າງວ່ອງ ໄວ, ຖືກຕ້ອງ ແລະ ເດັດຂາດ ໂດຍຜ່ານຈາກການສຶກສາຮ່ຳຮຽນ ແລະ ເພີ່ມຄວາມຮູ້ຄວາມ ມີສະຕິ, ທົ່ວໂລກຍ່ອມຈະສາ ມາດສ້າງອະນາຄົດທີ່ທຸກຄົນມີກຽດສັກສີ, ມີສິດທິມະນຸດ ແລະ ຢູ່ຮ່ວມກັນໂດຍສັນຕິໄດ້.

