ປີ 2021 ແຂວງຈຳປາສັກ ມີແຮງງານກັບມາຈາກປະເທດໄທ 22 ພັນກວ່າຄົນ

ຕາມການລາຍງານຈາກ ທ່ານ ອ່ອນສາ ວົງສຳພັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໃຫ້ຮູ້ວ່າ:

ແຕ່ວັນທີ 1 ມັງກອນ ຫາ 22 ທັນວາ 2021 ມີແຮງງານລາວກັບມາຈາກຕ່າງປະເທດ ຢູ່ບັນດາສູນຈຳກັດບໍລິເວນທີ່ ສາມາດເກັບກໍາຂໍ້ມູມໄດ້ທັງໝົດ 22.702 ຄົນ, ຍິງ 10.346 ຄົນ, ສະເພາະແຮງງານໃນແຂວງຈຳປາສັກ ມີຈຳນວນ 14.921 ຄົນ, ຍິງ 6.316 ຄົນ.

ທ່ານ ອ່ອນສາ ວົງສຳພັນ ຍັງໄດ້ເວົ້າເຖິງຂໍ້ສະດວກ ໃນການຄຸ້ມຄອງແຮງານ ເຊັ່ນ: ມີນິຕິກຳ, ມີກົດໝາຍແຮງງານ, ດຳລັດອື່ນໆ, ຮອງຮັບຄົບຖ້ວນພຽງພໍ, ພະນັກງານມີປະສົບການ ແລະ ມີກະຊວງແຮງານ ສະຫວັດດີການສັງຄົມແຂວງ ແລະ ອົງການປົກ ຄອງແຂວງ ໃຫ້ການຊີ້ນຳໆພາຢ່າງໃກ້ຊິດ. ໄປຄຽງຄູ່ກັບຂໍ້ສະດວກ ຍັງມີຂໍ້ຫຍຸ້ງຍາກ ໃນ ການຄຸ້ມຄອງແຮງງານ ເຊັ່ນ: ແຮງງານພາຍໃນແຂວງສ່ວນຫລາຍບໍ່ຢູ່ໃນລະບົບທັງໝົດ, ບໍ່ມີບ່ອນສັງກັດແນນ່ອນ, ການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຂອງຫົວໜ່ວຍແຮງງານ ແລະ ຜູ້ອອກແຮງງານ ຍັງເຮັດໄດ້ໜ້ອຍ ສະແດງອອກຜ່ານການກວດກາຍັງມີຫົວໜ່ວຍແຮງງານຈຳນວນຫລາຍບໍ່ມີກົດລະບຽບແຮງງານ, ບໍ່ມີສັນຍາແຮງງານ, ບໍ່ມີສະ ຫວັດດີການ ແລະ ອື່ນໆ.

ສໍາລັບທິດທາງໃນການຄຸ້ມຄອງແຮງງານໃນຕໍ່ໜ້າ ພະແນກແຮງງານສະຫວັດດີການສັງຄົມແຂວງ ຈະໄດ້ເອົາໃຈໃສ່ຝືກອົບຮົມໃຫ້ແຮງງານ ທີ່ເດີນທາງກັບຈາກປະເທດເພື່ອນບ້ານໃຫ້ຫລາຍທີ່ສຸດ ເພື່ອໃຫ້ມີວິຊາຊີບ, ສົ່ງເສີມວຽກເຮັດງານທຳ, ເພື່ອສາມາດປະກອບອາຊີບອິດສະຫລະ ຫລື ໄດ້ມີກິດຈະການເປັນຂອງຕົນເອງ, ຈະຝຶກອົບຮົມ ແລະ ຈັດຫາວຽກເຮັດງານທຳພາຍໃນໃຫ້ຫລາຍທີ່ສຸດ. ສ່ວນຜູ້ມີຈຸດປະສົງເດີນທາງໄປອອກແຮງງານຢູ່ຕ່າງປະເທດ ແມ່ນສົ່ງເສີມໃຫ້ໄປຖືກຕ້ອງຕາມກົດໝາຍຫລາຍຂຶ້ນ ໂດຍຜ່ານບໍລິສັດຈັດຫາງານ.