ດ່ານສາກົນຂົວມິດຕະພາບ 4 ເມືອງຫ້ວຍຊາຍ ເປີດນໍາໃຊ້ລະບົບເກັບຄ່າທຳນຽມ, ຄ່າບໍລິການ EasyPass ຜ່ານທະນາຄານ

ໃນວັນທີ່ 31 ມັງກອນນີ້, ດ່ານສາກົນຂົວມິດຕະພາບ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ເປີດນໍາໃຊ້ລະບົບຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ (EasyPass) ແລະ ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ ບ53 ຜ່ານລະບົບທະນາຄານພັດທະນາລາວ (ທພລ) ເປັນດ່ານທີ 3 ຖັດຈາກດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ແລະ ດ່ານສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງທ່ານ ຄຳກິ່ງ ເອື່ອຍມະນີຮັກ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ.
ການນໍາໃຊ້ລະບົບຈັດເກັບຄ່າທຳນຽມ, ຄ່າບໍລິການ ແລະ ລະບົບຄຸ້ມຄອງພາຫະນະດັ່ງກ່າວໃຫ້ທັນສະໄໝ ເພື່ອແນໃສ່ຄຸ້ມຄອງລາຍຮັບງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອຍົກລະດັບການບໍລິການມີຄວາມສະດວກ ແລະ ຮັບປະກັນຄວາມໂປ່ງໃສ.
ຫົວໜ້າຫ້ອງການກະຊວງການເງິນ ໃຫ້ຮູ້ວ່າ: ການພັດທະນາຂໍ້ມູນຂ່າວສານການເງິນຮ່ວມກັບບັນດາກົມອ້ອມຂ້າງ ແລະ ຂະແໜງການທີ່ກ່ຽວຂ້ອງເລີ່ມແຕ່ປີ 2018 ເປັນຕົ້ນມາ ແລະ ໄດ້ພັດທະນາລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (TAXRIS) ເພື່ອເຊື່ອມຕໍ່ກັບບັນດາທະນາຄານທຸລະກິດທີ່ອໍານວຍຄວາມສະດວກແກ່ການຊໍາລະພາສີ-ອາກອນຜ່ານທະນາຄານ (Easy Tax ແລະ Smart Tax) ແລະ ເພີ່ມຊ່ອງທາງການຊໍາລະສໍາລັບຄ່າທຳນຽມທາງ-ອາກອນທີ່ດິນ ແລະ ຜ່ານທະນາຄານແຫ່ງ ສປປ ລາວ ເພື່ອລວມສູນການເຊື່ອມຕໍ່ຊໍາລະສະສາງທະນາຄານທຸລະກິດທັງໝົດໃນຂອບເຂດທົ່ວປະເທດ.
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ

