ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທົ່ວແຂວງ ປີ 2021 ແລະ ທິດທາງ ປີ 2022 ຂຶ້ນໃນວັນທີ 8 ເມສາ 2022ນີ້ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາທ່ານຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ເລຂາພັກນະຄອນ, ເມືອງ, ຫົວໜ້າພະແນກການ, ກົມກອງ, ຜູ້ຊີ້ນຳ ແລະ ຄະນະກໍ່ສ້າງຮາກຖານຂອງແຂວງ, ພະນັກງານທີ່ຫັນລົງກໍ່ສ້າງຮາກຖານທົ່ວແຂວງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ທ່ານ ວິໄລວົງ ບຸດດາຄຳ ໄດ້ ກ່າວວ່າ: ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕິດພັນວຽກງານ 3 ສ້າງ ຕາມ 4 ເນື້ອໃນ, 4 ຄາດໝາຍ ຊຶ່ງມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນໝາກຜົນ – ຜົນງານ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 1 ປີ ຜ່ານມາ ແລະ ຮ່ວມກັນວາງແຜນປັບປຸງວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕິດພັນວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ ແລະ ລົງສູ່ທ້ອງຖິ່ນຮາກຖານຢ່າງທົ່ວເຖິງ ເພື່ອເຮັດໃຫ້ຮາກຖານມີຄວາມແໜ້ນແກ່ນ ແລະ ຍືນຍົງເປັນກ້າວໆ. ຈຸດ ປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນຮັບຟັງການຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກໍ່ຮາກຖານການເມືອງຮອບດ້ານ, ຕິດພັນວຽກງານ 3 ສ້າງ ໃນໄລຍະ 1 ປີຜ່ານມາ ແລະ ແຜນການປີ 2022, ຮັບຟັງການລາຍງານປະກອບຄໍາເຫັນທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ຂະບວນການຂອງບັນດາຕົວແບບ ນັບທັງການປະກອບຄຳເຫັນຂອງຜູ້ແທນກອງປະຊຸມທີ່ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ, ນະຄອນ, ເມືອງ ແລະ ເປົ້າໝາຍຕ່າງໆ ເພື່ອເປັນການປັບປຸງວຽກງານດັ່ງກ່າວໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນນາມຕາງໜ້າໃຫ້ຄະນະພັກ-ອໍານາດການປົກຄອງແຂວງຈຳປາສັກ ຂໍຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມຈົ່ງໄດ້ສຸມສະຕິຄວາມເປັນເຈົ້າການໃນການຄົ້ນຄວ້າປຶກສາຫາລື, ປະກອບຄໍາຄິດຄໍາເຫັນຢ່າງຕັ້ງໜ້າເຂົ້າໃສ່ກອງປະຊຸມໃຫ້ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງເພື່ອຮັບປະກັນໄດ້ຄວາມຖືກຕ້ອງສອດຄ່ອງ ແລະ ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຄາດໝາຍສູ້ຊົນ, ວິທີການໃນການຈັດຕັ້ງປະຕິບັດເພື່ອນໍາໄປຜັນຂະຫຍາຍລົງສູ່ກົມກອງທ້ອງຖິ່ນຮາກຖານບ້ານໃຫ້ໄດ້ຮັບຜົນສໍາເລັດຢ່າງສູງ.
ສຳລັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທົ່ວແຂວງ ໃນໄລຍະ 1 ປີ ຜ່ານມາ ປັດຈຸບັນແກ້ໄຂໄດ້ບ້ານທຸກຍາກ 11 ບ້ານ (ຍັງເຫຼືອ 38 ບ້ານ) ປີ 2021, ສ້າງບ້ານພັດທະນາໄດ້ 55 ບ້ານ (ລວມ 104 ບ້ານ) ນະຄອນປາກເຊ 42 ບ້ານ, ຊະນະສົມບູນ 1 ບ້ານ, ເມືອງບາຈຽງ 9 ບ້ານ, ປາກຊ່ອງ 12 ບ້ານ, ປະທຸມພອນ 25 ບ້ານ, ໂພນທອງ 4 ບ້ານ, ຈຳປາສັກ 2 ບ້ານ, ເມືອງມຸນ 3 ບ້ານ ແລະ ເມືອງໂຂງ 6 ບ້ານ.