ລູກສາວມາຣາໂດນາ ເປີດເຜີຍ ເສື້ອທີ່ຈະອອກປະມູນບໍ່ແມ່ນຂອງແທ້

ນັກສະສົມທີ່ກຽມປະມູນ ‘‘ ເສື້ອຫັດພະເຈົ້າ ’’ ໃນບານໂລກ 1986 ເລີ່ມສັບສົນ ຫລັງລູກສາວ ດີເອໂກ ມາຣາໂດນາ ເປີດເຜີຍວ່າບໍ່ແມ່ນຂອງແທ້.

ຄວາມເຄື່ອນໄຫຕໍ່ເນື່ອງ ຫລັງຈາກທີ່ ສະຕີບ ຮອດ ອະດີດກອງກາງທີມຊາດອັງກິດ ກຽມນຳເສື້ອແຂ່ງຂັນຂອງ ດີເອໂກ ມາຣາໂດນາ ຕຳນານນັກເຕະທີມຊາດອາເຈນຕີນາ ທີ່ຫາກໍເສຍຊີວິດເມື່ອເດືອນພະຈິກ 2020 ອອກມາປະມູນເປັນຄັ້ງທຳອິດ ຫລັງເກັບເສື້ອດັ່ງກ່າວໄວ້ເປັນເວລາດົນເຖິງ 36 ປີ ໂດຍບໍ່ນຳໄປຂາຍໃຫ້ກັບໃຜ.

ທັງນີ້ ສະຕິບ ຮັອດ ໄດ້ແລກເສື້ອກັບ ດີເອໂກ ມາຣາໂດນາ ຫລັງຈົບການແຂ່ງຂັນບານໂລກ 1986 ຮອບ 8 ທີມ ທີ່ປະເທດເມັກຊີໂກ ເຊິ່ງເກີດຕຳນານທີ່ເປັນປະຫວັດສາດຂອງວົງການບານເຕະໂລກ ເມື່ອຕຳນານທີມຊາດອາເຈນຕີນາໃຊ້ແຂນຊ້າຍເຮັດບານເຂົ້າປະຕູຂຶ້ນນຳ 1-0 ໂດຍໄດ້ອ້າງພາຍຫລັງວ່າເປັນການເຮັດປະຕູດ້ວຍ ‘‘ ແຂນພະເຈົ້າ ’’ ກ່ອນຍິງອີກ 1 ປະຕູ ເຊິ່ງຖືກຍົກໃຫ້ເປັນ 1 ໃນປະຕູທີ່ດີທີ່ສຸດຕະຫລອດການຂອງບານເຕະໂລກ ຈາກການລ້ຽງບານຫລົບຜູ້ຫລິ້ນອັງກິດເຄິ່ງສະຫນາມເຂົ້າໄປຍິງ ກ່ອນຊະນະ ອັງກິດ 2-1 ແລະ ຄວ້າແຊ໊ມໂລກໃນປີນັ້ນຢ່າງຍິ່ງໃຫຍ່.