ຊາລີບາ ເຊົາເຈັບບໍ່ທັນເກມຢາມ ແມນ ຊິຕີ້ ອາດໄດ້ພັກຈົນປິດລະດູການ

ວິນລຽມ ຊາລິບາ ກອງຫລັງໂຕເກັ່ງຂອງ ອາເຊນອລ ຈະບໍ່ພ້ອມສຳລັບເກມຢາມ ແມນເຊັສເຕີ ຊິຕີ້ ແລະ ອາດຈະພາດການກັບມາລົງຫລິ້ນໃນລະດູການນີ້, ອີງຕາມການລາຍງານຂອງ ເດວິດ ອໍນສະໄຕນ໌.
ນັກເຕະທີມຊາດຝຣັ່ງເປັນສ່ວນສຳຄັນຂອງແນວຮັບຂອງ ປືນໃຫຍ່, ເຊິ່ງນັບຕັ້ງແຕ່ໄດ້ຮັບບາດເຈັບໃນເກມ ຢູໂຣປາ ລີກ ກັບ ສະປອດຕິງ ລິສບອນ ໃນກາງເດືອນມີນາ ເຮັດໃຫ້ຜົນງານຂອງທີມເລີ່ມບໍ່ໝັ້ນຄົງ ແລະ ເຮັດຄະແນນເສຍຢ່າງຕໍ່ເນື່ອງ ຫລັງຈາກທີ່ພາດສະເໝີ 3 ນັດຕິດຕໍ່ກັນໃນລີກ.
ອີງຕາມການລາຍງານ, ການບາດເຈັບຂອງດາວເຕະອາຍຸ 22 ປີ ບໍ່ໄດ້ດີຂຶ້ນຕາມທີ່ຄາດໄວ້. ເຮັດໃຫ້ລາວຈະພາດເກມຢູ່ທີ່ ເອຕິຮັດ ແນ່ນອນແລ້ວ ລວມທັງຄວາມເປັນໄປໄດ້ທີ່ຈະພາດເກມກັບ ເຊວຊີ ໃນອາທິດຫນ້າ.

