ອົງການກາແດງລາວເປີດສູນກູ້ໄພສຸກເສີນຢູ່ແຂວງຄຳມ່ວນເປັນສູນທີ 6 ຢູ່ຕ່າງແຂວງ

ໃນວັນທີ 9 ຕຸລາຜ່ານມານີ້, ອົງການກາແດງລາວໄດ້ເປີດສູນກູ້ໄພສຸກເສີນຢູ່ແດງແຂວງຄຳມ່ວນ, ພ້ອມໄດ້ ມອບລົດ ແລະ ອຸປະກອນຈຳນວນໜຶ່ງໃຫ້ກາແດງແຂວງດັ່ງກ່າວ, ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອສັງຄົມ ກໍຄືປະຊາຊົນໃນເວລາເກີດອຸປະຕິເຫດທາງຖະຫນົນ ແລະ ເຫດໄພພິບັດອື່ນໆ. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ.

ປັດຈຸບັນ ແຂວງຄຳມ່ວນ ກໍຄືແຂວງອື່ນໆຂອງລາວເຮົາມັກມີອຸປະຕີເຫດເກີດຂື້ນເລື້ອຍໆສາເຫດຍ້ອນພາຫະນະເພີ່ມຂຶ້ນ, ການສັນຈອນແອອັດ ບວກກັບຜູ້ຂັບຂີ່ຈຳນວນໜຶ່ງຍັງລະເລັງຕໍ່ການປະຕິບັດກົດລະບຽບຈະລາຈອນຄື: ການດື່ມສິ່ງມືນເມົາແລ້ວຂັບ ເຊິ່ງເປັນສາເຫດຕົ້ນຕໍໃຫ້ເກີດອຸບັດຕິເຫດ. ດັ່ງນັ້ນ ລັດຖະບານກໍຄືອົງການກາແດງ ຈຶ່ງເຫັນໄດ້ຄວາມສຳຄັນໃນການກອບກູ້ເອົາຊີວິດປະຊາຊົນ ແລະ ໄດ້ຂະຫຍາຍສູນກູ້ໄພສຸກເສີນອອກສູ່ແຂວງເພື່ອຊ່ວຍເຫຼືອ ຜູ້ປະສົບອຸປະຕິເຫດໃຫ້ທັນການ ແລະ ສາມາດນຳສົ່ງໂຮງໝໍໄດ້ວ່ອງໄວ, ຫຼຸດຜ່ອນອັດຕາການບາດເຈັບ, ການເສຍຊີວິດ ໂດຍສະເພາະ ພາຍໃນແຂວງ ຄຳມ່ວນ ແລະ ເຂດໃກ້ຄ້ຽງ. ສູນກູ້ໄພແຂວງຄຳມ່ວນ ແມ່ນສູນທີ່ 6 ຂອງອົງການກາແດງລາວທີ່ໄດ້ຂະຫຍາຍອອກສູ່ບັນດາແຂວງ ມີໝາຍເລກໂທລະສັບ 051 1625 ແລະ ມີນັກອາສາສະໝັກຈຳນວນ 30 ຄົນ, ໃນນັ້ນ ຍິງ 13 ຄົນ ໄດ້ປະຈຳການຕະຫຼອດ 24 ຊົ່ວໂມງເພື່ອໃຫ້ການຊ່ວຍເຫຼືອສັງຄົມ.
ໃນໂອກາດດັ່ງກ່າວ ທ່ານ ປະທານອົງການກາແດງລາວ ຍັງໄດ້ຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ເຄົາລົບນັບຖືກົດລະບຽບຈາລະຈອນເພື່ອຫລີກເວັ້ນການເກີດອຸປະຕິເຫດ.

