ເສດຖະກິດເປັນໄມ້ງັດຄວາມມັ່ງຄັ່ງຮັ່ງມີຂອງຊາດ

ໂດຍ: ທິດກໍ່າ

ໃນປີ 2022 ສປປ ລາວ ຄາດຄະເນເກີນດູນການຄ້າຢ່າງໜ້ອຍ 1,55 ຕື້ໂດລາສະຫະລັດ ເຖິງວ່າຈະມີສິ່ງທ້າທາຍຈາກໂຄວິດ-19 ແລະ ສະພາບການຂອງພາກພື້ນ ແລະ ຂອງໂລກຈະມີສິ່ງກົດດັນໃນຫລາຍດ້ານ. ໃນຕົວເລກທີ່ຄາດກະນີ້ ຄາດວ່າການສົ່ງອອກຈະບັນລຸ 7,6 ຕື້ໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າຈະໃຫ້ຢູ່ໃນລະດັບ 6,05 ຕື້ໂດລາສະຫະລັດ. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ລັດຖະບານຈະເພີ່ມທະວີການຜະລິດທາງດ້ານກະສິກຳ, ການແປຮູບສິນຄ້າເພື່ອສົ່ງອອກ ໂດຍສະເພາະສົ່ງໄປປະເທດຈີນໂດຍຜ່ານສາຍທາງລົດໄຟ ລາວ-ຈີນ ເຊິ່ງປັດຈຸບັນສາມາດເຂົ້າເຖິງຕະຫລາດໄດ້ໄວຫລາຍຂຶ້ນ.

ກໍດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ: ໃນສະພາບປັດຈຸບັນ ສະພາບຂອງພາກພື້ນ ແລະ ຂອງໂລກພວມຜັນແປໄປຢ່າງໄວວາ, ສັບສົນ, ຮຸນແຮງ ແລະ ຄາດເດົາໄດ້ຍາກ ດັ່ງເຮົາໄດ້ເຫັນສະພາບຄວາມຂັດແຍ່ງລະຫວ່າງສະຫະພັນຣັດເຊຍກັບອູແກຣນໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວຍິ່ງເຕືອນສະຕິໃຫ້ພວກເຮົາຕ້ອງມີຄວາມພ້ອມທຸກຢ່າງຈຶ່ງຈະສາມາດຍືນຍົງຄົງຕົວຢູ່ໄດ້ຢ່າງໝັ້ນຄົງ. ນອກຈາກຄວາມເຂັ້ມແຂງໜັກແໜ້ນທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລ້ວ ຕ້ອງມີຄວາມເຂັ້ມແຂງທາງດ້ານເສດຖະກິດ-ການເງິນຈຶ່ງສາມາດຢູ່ລອດປອດໄພຢ່າງມີຄວາມສຸກ.

ຢ່າງໃດກໍດີ, ສິ່ງທີ່ຢັ້ງຢືນວ່າເຮົາມີຄວາມມັ່ງຄັ່ງເຂັ້ມແຂງຢ່າງແທ້ຈິງນັ້ນຍ່ອມສະແດງອອກທາງດ້ານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ບັນຫາປາກທ້ອງ, ຄວາມສຸກ, ຄວາມສະຫງົບໝັ້ນຄົງຂອງປະເທດ ແລະ ສະຫວັດດີການສັງຄົມ ແລະ ອື່ນໆ.

ຫາກຕັ້ງໂຈດກັນວ່າ, ເຮັດແນວໃດຈຶ່ງຈະສ້າງເງື່ອນໄຂໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ? ຄຳຕອບໂຈດກໍຄື ຕ້ອງເລັ່ງສ້າງສາພັດທະນາປະເທດຊາດເພື່ອເຮັດໃຫ້ລະບົບເສດຖະກິດຂອງຊາດເຂັ້ມແຂງຮັ່ງມີຂຶ້ນເລື້ອຍໆ ເພາະວ່າເສດຖະກິດຄືໄມ້ງັດຄວາມຈະເລີນຂອງປະເທດຊາດ. ຄວາມຈະເລີນມັ່ງຄັ່ງຮັ່ງມີນັ້ນລະຈະນຳພາປະເທດຊາດຫລຸດພົ້ນອອກຈາກຄວາມທຸກຍາກ.

ເຖິງຢ່າງໃດກໍດີ, ມາຮອດພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ ມາຮອດປັດຈຸບັນພວກເຮົາໄດ້ມີຜົນສຳເລັດຫລາຍດ້ານເຊັ່ນ: ມີເສັ້ນທາງລົດໄຟຄວາມໄວສູງ, ມີເຂດເສດຖະກິດຫລາຍແຫ່ງ, ມີຖະໜົນຫົນທາງແຕ່ເໜືອຮອດໃຕ້ ສາມາດເຊື່ອມຈອດຫາພາກພື້ນ ແລະ ທົ່ວໂລກ. ນອກຈາກນັ້ນ ກໍມີຊັບພະຍາກອນທຳມະຊາດ, ມີການຜະລິດສິນຄ້ານັບມື້ຫລາຍຊະນິດເພື່ອສົ່ງອອກ. ໃນອະນາຄົດແນ່ນອນປະເທດລາວຂອງພວກເຮົາຈະກາຍເປັນປະເທດໜຶ່ງທີ່ຮັ່ງມີ ແລະ ມີຄວາມສຸມສົມກັບຄວາມມຸ່ງຫວັງ.