ພາລະກິດສ້າງຄົນໃຫ້ເປັນຄົນ

ທິດກໍ່າ:
ຕາມຄວາມຮຽກຮ້ອງຕ້ອງການ ກໍຄືທິດທາງການສ້າງຄົນໃນປີ 2020 ແລະ ອະນາຄົດຕໍ່ໜ້າຍາວນານໜຶ່ງໃນຍຸດທະສາດທີ່ຕ້ອງມາກ່ອນ ກໍຄືການພັດທະນາຄູຕ້ອງໃຫ້ໄປກ່ອນກວ່າສິ່ງອື່ນໃດ. ຍ້ອນວ່າຄູເປັນຜູ້ສ້າງຊັບພະຍາກອນມະນຸດ ກໍຄືເປັນຜູ້ສ້າງຄົນໃຫ້ເປັນຄົນ ເພື່ອກຽມພ້ອມຮັບໃຊ້ຊາດ ແລະ ຮັບໃຊ້ສັງຄົມຕະຫລອດ ບໍ່ວ່າຍຸກໃດສະໄໝໃດ.
ຕາມບົດລາຍງານຂອງຂະແໜງສຶກສາຊຸມປີຜ່ານມາ ໄດ້ລະບຸວ່າ: ໃນສົກສຶກສາ 2018-2019 ຂະແໜງການຂອງຕົນໄດ້ເອົາໃຈໃສ່ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາ ໂດຍສະເພາະແມ່ນການສິດສອນຂອງຄູ-ອາຈານ, ປັບປຸງຫລັກສູດ ທັງສະໜອງອຸປະກອນການຮຽນ-ການສອນ, ສ້າງພື້ນຖານໂຄງລ່າງ, ຝຶກອົບຮົມທັກສະຄວາມສາມາດຂອງຄູໃນຫລາຍດ້ານ. ສ່ວນວ່າສົກສຶກສາ 2019-2020 ກໍຄືສົກຮຽນຕໍ່ໆໄປ ຄູ-ອາຈານຍິ່ງຕ້ອງຍົກສູງຄວາມຮູ້ຄວາມສາມາດຂອງຕົນໃຫ້ຫລາຍຂຶ້ນ ຈຸດໜັກແມ່ນຄຸນນະພາບໃນການສິດສອນ. ຢາກຮັບປະກັນຄຸນນະພາບໃນການສິດສອນ ຄູປະຖົມຢ່າງຕໍ່າຕ້ອງຈົບອະນຸປະລິນຍາ, ຄູມັດທະຍົມຕ້ອງຈົບປະລິນຍາຕີໃນ 5 ສາຂາວິຊາຕົ້ນຕໍຄື: ຄະນິດສາດ, ພາສາລາວ, ຊີວະສາດ, ເຄມີສາດ ແລະ ພາສາອັງກິດ. ນອກຈາກນັ້ນ ຍັງຕ້ອງມີການແລກປ່ຽນບົດຮຽນ, ເຊື່ອມໂຍງເຊິ່ງກັນ ແລະ ກັນລະຫວ່າງຄູພາຍໃນ, ຕ່າງປະເທດ ຫລື ສາກົນໃຫ້ຫລາຍຂຶ້ນ. ສະເພາະຄູ-ອາຈານທີ່ສອນຢູ່ຕາມໂຮງຮຽນສາມັນທີ່ໄດ້ສອນບໍ່ຖືກຕາມວິຊາ, ບໍ່ໄດ້ມາດຖານຕາມວຸດທິກໍຕ້ອງໄດ້ຍົກລະດັບຂອງຕົນໃຫ້ແນ່ນອນ, ຖັນແຖວຄູອະນຸບານຕ້ອງໄດ້ພັດທະນາວິທີເຮັດວຽກໃນໂຮງຮຽນໃຫ້ຫລາຍຂຶ້ນ ແລະ ຄູປະຈຳການຕ້ອງມີການບຳລຸງ ແລະ ພັດທະນາທາງດ້ານວິຊາຊີບຢ່າງຕໍ່ເນື່ອງ. ອັນທີ່ປະຕິເສດບໍ່ໄດ້ຄືຄູ-ອາຈານຍຸກສະໄໝນີ້ຕ້ອງມີຄວາມຮູ້ຄວາມສາມາດທາງດ້ານໄອຊີທີ ແລະ ພາສາອັງກິດເຂົ້າໃນການຮຽນ-ການສອນ ແລະ ຄູນິເທດຊັ້ນປະຖົມສຶກສາຕ້ອງມີການເຂົ້າຮ່ວມການຝຶກອົບຮົມໃຫ້ຫລາຍຂຶ້ນ ທັງນີ້ກໍເພື່ອເປັນການຍົກລະດັບຂອງຕົນເອງເຂົ້າໃນການສິດສອນໃຫ້ມີຄຸນນະພາບຢ່າງບໍ່ຢຸດຢັ້ງ. ນີ້ຄືທິດທາງການພັດທະນາຄູ-ອາຈານລາວເຮົາໃຫ້ມີຄຸນນະພາບ ເພື່ອຈະໄປຖ່າຍທອດຄວາມຮູ້ຄວາມຫລັກໃຫ້ນັກຮຽນ-ນັກສຶກສາກາຍເປັນຊັບພະຍາກອນມະນຸດທີ່ດີມີຄຸນນະພາບ, ມີຄຸນສົມບັດ ເພື່ອສະໜອງໃຫ້ແກ່ພາລະກິດສ້າງສາພັດທະນາປະເທດຊາດໃນໄລຍະປັດຈຸບັນ ແລະ ອະນາຄົດໃຫ້ຮຸ່ງເຮືອງຈະເລີນກ້າວໜ້າຢ່າງວ່ອງໄວ.
ແນວໃດກໍດີ, ໃນຄວາມເປັນຈິງແລ້ວ ເຫັນວ່ານັບແຕ່ພັກ ແລະ ລັດຖະບານເຮົາໄດ້ປັບປຸງລະບົບການສຶກສາຈາກປະລິມານກ້າວສູ່ຄຸນນະພາບມາແຕ່ປີ 2015 ເຫັນວ່າຄຸນນະພາບໃນການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາໄດ້ມີທ່າອ່ຽງດີຂຶ້ນເລື້ອຍໆ ສະແດງອອກໃນປັດຈຸບັນ ແຕ່ລະປີຈຳນວນນັກຮຽນເກັ່ງໄດ້ເພີ່ມຂຶ້ນເລື້ອຍໆ. ນອກຈາກນັ້ນ ໃນເວລາໄປສອບເສັງບາງສາຂາວິຊາໃນລະດັບສາກົນ ແລະ ພາກພື້ນກໍເຫັນວ່າສາມາດຍາດເອົາລາງວັນອັນດີເດັ່ນມາໃຫ້ຕົນເອງ ແລະ ປະເທດຊາດ. ນອກຈາກສິ່ງທີ່ກ່າວມານີ້ແລ້ວ, ສະພາບແວດລ້ອມທາງສັງຄົມຍຸກປັດຈຸບັນ ບໍ່ວ່າຢູ່ພາຍໃນ ແລະ ຕ່າງປະເທດກໍພວມມີການແກ້ງແຍ່ງແຂ່ງຂັນກັນທາງດ້ານການສັນຫາເອົາບຸກຄະລາກອນທີ່ດີເດັ່ນ, ມີຄວາມຮູ້ຄວາມສາມາດ, ມີວິຊາການໃນລະດັບທີ່ແນ່ນອນເພື່ືອໄປພັດທະນາປະເທດຊາດ ແລະ ອົງກອນຂອງຕົນ ເພື່ອພັດທະນາໄປຕາມຂະບວນການວິວັດຂອງສັງຄົມ ແລະ ຂອງໂລກ.
ເພາະສະນັ້ນ ຈຶ່ງເຫັນວ່າບັນຫາການສ້າງຄົນໃຫ້ເປັນຄົນທີ່ດີມີຄຸນນະພາບຂອງປະເທດເຮົາຈຶ່ງມີຄວາມຈຳເປັນຢ່າງຍິ່ງ ບໍ່ວ່າໃນສະພາບປັດຈຸບັນ ແລະ ອະນາຄົດ. ຖ້າບໍ່ໄດ້ວ່ານີ້ ບັນຫາການພັດທະນາສ້າງສາປະເທດຊາດຈະແລ່ນບໍ່ທັນໝູ່ໃນທຸກຂົງເຂດ ບໍ່ວ່າໃນຂົງເຂດເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ອີກປະການໜຶ່ງ ໃນເມື່ອສ້າງຄົນທີ່ມີຄຸນນະພາບໄດ້ແລ້ວ ຕ້ອງນຳໃຊ້ໃຫ້ຖືກຕ້ອງກັບວິຊາ ແລະ ສາຂາອາຊີບ, ບໍ່ຄວນເຫັນແຕ່ປະລິມານ, ເຫັນແກ່ພັກແກ່ພວກ, ຄົນເພິ່ນຄົນໂຕ ແລະ ທຸກການຮັບເອົາຄົນເຂົ້າສັງກັດໃນອົງກອນຂອງລັດກໍຕ້ອງຜ່ານການຄັດເລືອກສອບເສັງຢ່າງເປັນເອກະພາບຕາມກົດໝາຍດ້ວຍກັນທັງນັ້ນ. ຖ້າບໍ່ເຮັດຕາມສູດ ແລະ ບໍ່ໄປຕາມລະບຽບຫລັກການທີ່ຖືກຕ້ອງສອດຄ່ອງ ສຸດທ້າຍກໍໄດ້ຄົນບໍ່ດີ, ບໍ່ມີຄຸນນະພາບ ພາກັນສໍ້ລາດບັງຫລວງດັ່ງທີ່ເຫັນມາໃນປັດຈຸບັນ ຈົນຈະກາຍເປັນພະຍາດຊ້ຳເຮື້ອທີ່ແກ້ໄຂໄດ້ຍາກ ແລະ ການປົດປ່ອຍອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາກໍຈະແກ່ຍາວໄປເລື້ອຍໆ ຍ້ອນວ່າການສ້າງຄົນ ແລະ ນຳໃຊ້ຄົນບໍ່ຖືກຕ້ອງ.
