ໂຄສົກສະຖານທູດ ສປຈີນ ປະຈໍາ ສປປ ລາວຕອບຄໍາຖາມຈາກນັກຂ່າວກ່ຽວກັບ ບັນຫາຢູເຄຣນ

ອີງຕາມສຳນັກຂ່າວ ຊິນຮວາ ໄດ້ເຂົ້າສຳພາດ ໂຄສົກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ທ່ານ Hong Jiang ຫົວໜ້າພະແນກການເມືອງ ໃນວັນທີ 16 ມີນາ 2022 ຜ່ານມານີ້ວ່າ:
ໜຶ່ງ: ຂໍ້ຂັດແຍ້ງລະຫວ່າງ ລັດເຊຍ ແລະ ຢູເຄຣນ ຍັງຂະຫຍາຍຕົວຢູ່, ຄໍາເຫັນຕ່າງໆຕໍ່ຂໍ້ຂັດແຍ້ງຄັ້ງນີ້ ມີຄວາມແຕກຕ່າງກັນ. ທ່ານມີຄໍາເຫັນແນວໃດ?
ການທີ່ສະພາບການຢູເຄຣນ ໄດ້ຂະຫຍາຍຕົວມາຮອດປັດຈຸບັນນີ້ ມີສາເຫດປະ ຫວັດສາດທີ່ສັບສົນ ແລະ ພິເສດ, ຈີນໄດ້ຖືຫລັກໝັ້ນທີ່ສະເໝີຕົ້ນສະເໝີປາຍ ແລະເປີດກວ້າງຄື: ສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ ກໍຄວນຮັບການເຄົາລົບ, ຈຸດປະສົງ ແລະ ຫລັກການຂອງກົດບັດສະຫະປະຊາຊາດ ກໍຄວນຮັບການປະຕິບັດ, ຄວາມຫ່ວງໃຍຕໍ່ຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງບັນດາປະເທດ ກໍຄວນຮັບການເອົາໃຈໃສ່, ຄວາມພະຍາຍາມທຸກຢ່າງທີ່ມີຜົນດີຕໍ່ການແກ້ໄຂວິກິດການໂດຍສັນຕິ ກໍຄວນຮັບການສະໜັບສະໜູນ. ຈີນເປັນປະເທດທີ່ນິຍົມສັນຕິພາບ, ຍາມໃດກໍໄດ້ຍຶດໝັ້ນແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ ໂດຍຜ່ານການສົນທະນາ ແລະປຶກສາຫາລືກັນ. ພວກຂ້າພະເຈົ້າລິເລີ່ມສົ່ງເສີມທັດສະນະຄວາມໝັ້ນຄົງທີ່ຮ່ວມກັນ ສັງລວມ ຮ່ວມມື ແລະ ຍືນຍົງ ໂດຍເຫັນວ່າ ຄວາມໝັ້ນຄົງຂອງປະເທດໃດໜຶ່ງ ບໍ່ໃຫ້ຖືການທຳລາຍຄວາມໝັ້ນຄົງຂອງປະເທດອື່ນເປັນຄ່າຕອບແທນ, ຄວາມໝັ້ນຄົງຂອງພາກພື້ນ ຍິ່ງບໍ່ໃຫ້ຖືການເພີ່ມທະວີຈົນຮອດການ ຂະຫຍາຍກຸ່ມການທະຫານເປັນສິ່ງຮັບປະກັນ. ແນວຄິດສົງຄາມເຢັນຕ້ອງຮັບການປະຖິ້ມຢ່າງເຖິງຖອງ. ຝ່າຍຈີນສະໜັບສະໜູນ ແລະ ສົ່ງເສີມຄວາມພະຍາຍາມທາງການທູດທຸກຢ່າງ ທີ່ມີຜົນດີຕໍ່ການແກ້ໄຂວິກິດການຢູເຄຣນໂດຍສັນຕິ, ຈະສືບຕໍ່ເສີມຂະຫຍາຍບົດບາດຢ່າງສ້າງສັນຕໍ່ການສົ່ງເສີມສັນຕິພາບ ແລະ ສົນທະນາກັນ.
ສອງ: ພວກຂ້າພະເຈົ້າສັງເກດເຫັນວ່ານັກການທູດປະເທດຕາເວັນຕົກຈຳນວນໜຶ່ງໄດ້ຈັດການສະເຫນີຂ່າວຕໍ່ສື່ມ່ວນຊົນກ່ຽວກັບບັນຫາຢູເຄຣນ ເຊິ່ງໄດ້ບັນຍາຍທັດສະນະຂອງຕົນ, ທ່ານມີຄວາມຄິດເຫັນແນວໃດ?
ສະຖານະການຢູເຄຣນ ແມ່ນບັນຫາທີ່ໂລກໃຫ້ຄວາມສົນໃຈກວ່າໝູ່ໃນປະຈຸບັນ, ຝ່າຍຈີນໄດ້ມີທ່າທີຍຸຕິທຳແບບພາວະວິໄສ ຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຕີລາຄາ ແລະ ສະແດງທັດສະນະຂອງຕົນຢ່າງເອກະລາດ ເປັນເຈົ້າຕົນເອງ ໂດຍອີງຕາມຄວາມຖືກຄວາມຜິດຂອງບັນຫາ. ການແກ້ໄຂບັນຫາໃນສະເພາະໜ້ານີ້ຕ້ອງຮູ້ລະງັບ ແລະ ໃຈເຢັນ ຫາກບໍ່ແມ່ນເອົານໍ້າມັນໄປຫົດໃສ່ໄຟ ທີ່ພາໃຫ້ຂັດແຍ້ງດຸເດືອດຂຶ້ນຕຶ່ມ. ຝ່າຍຈີນເຫັນວ່າຢາກແກ້ໄຂວິກິດການປັດຈຸບັນ ຕ້ອງຍຶດໝັ້ນຈຸດປະສົງ ແລະຫລັກການຂອງກົດບັດສະຫະປະຊາຊາດ ເຄົາລົບນັບຖື ແລະ ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງທຸກປະເທດ, ຕ້ອງຍຶດໝັ້ນຫລັກການທີ່ແຍກຕົວອອກກັນບໍ່ໄດ້ໃນຄວາມໝັ້ນຄົງ, ເອົາໃຈໃສ່ຄວາມຫ່ວງໃຍທາງດ້ານຄວາມໝັ້ນຄົງອັນສົມເຫດສົມຜົນຂອງຝ່າຍກ່ຽວຂ້ອງ, ຕ້ອງຍຶດໝັ້ນການແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ ໂດຍຜ່ານການສົນທະນາເຈລະຈາກັນ, ຕ້ອງເບິ່ງໄປທາງຄວາມໝັ້ນຄົງ ແລະສະຖຽນລະພາບຂອງເຂດແຄວ້ນ, ກໍ່ສ້າງກົນໄກຄວາມໝັ້ນຄົງທະວີບເອີຣົບທີ່ດຸ່ນດ່ຽງສະເໝີພາບ ມີປະສິດທິຜົນ ແລະ ຍືນຍົງ. ຕໍ່ໜ້າໂລກທີ່ນັບມື້ນັບປັ່ນປ່ວນ ແລະ ແຕກແຍກໃນປັດຈຸບັນ, ຝ່າຍຈີນ ກໍໄດ້ມີຄຳເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ ທາງອອກທີ່ຖືກຕ້ອງ ແມ່ນເພີ່ມທະວີຄວາມສາມັກຄີ ແລະ ຮ່ວມມືນຳກັນຢູ່ພາຍໃຕ້ຄັນທຸງລັດທິຫລາຍຝ່າຍ, ເກາະແຂນກັນເພື່ອຊຸກຍູ້ສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ.
ສາມ: ສະຖານະການປ່ຽນແປງຢ່າງໄວວາຢູ່ປະເທດຢູເຄຣນ ເຮັດໃຫ້ປະຊາຊົນປະສົບຄວາມເສຍຫາຍ, ຂໍຖາມວ່າປະເທດຈີນຈະສະໜອງຄວາມຊ່ວຍເຫລືອດ້ານມະນຸດສະທຳໃຫ້ ປະເທດຢູເຄຣນ ບໍ?
ໃນຖານະເປັນປະເທດປະຈຳສະພາຄວາມໝັ້ນຄົງຂອງ ສະຫະປະຊາຊາດ ແລະເປັນມະຫາປະເທດທີ່ມີຄວາມຮັບຜິດຊອບຕໍ່ໂລກ, ຝ່າຍຈີນໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ສະຖານະການດ້ານມະນຸດສະທຳຂອງຢູເຄຣນ ແລະ ໄດ້ສະເໜີ “6 ຂໍ້ລິເລີ່ມ” ຄື:
– ເນັ້ນໜັກການກະທໍາດ້ານມະນຸດສະທໍາ ຕ້ອງເຄົາລົບຕໍ່ຫລັກການເປັນກາງ ແລະ ຍຸຕິທຳ ເພື່ອບໍ່ໃຫ້ບັນຫາມະນຸດສະທຳ ກາຍເປັນບັນຫາການເມືອງ;
– ຕິດຕາມ ແລະ ຖືສຳຄັນຢ່າງຮອບດ້ານ ຕໍ່ປະຊາຊົນເສຍທີ່ຢູ່ອາໄສຢູ່ຢູເຄຣນ ແລະ ສະໜອງຄວາມຊ່ວຍເຫລືອເປັນຢ່າງດີ;
– ຮັກສາປະຊາຊົນທົ່ວໄປ ເພື່ອຫລີກລ້ຽງເກີດມີຄວາມເສຍຫາຍອີກຄັ້ງ;
– ຮັບປະກັນການເຄື່ອນໄຫວຊ່ວຍເຫລືອດ້ານມະນຸດສະທຳ ໃຫ້ມີຄວາມສະດວກ ແລະ ປອດໄພ;
– ຮັບປະກັນຄວາມປອດໄພຂອງຄົນຕ່າງປະເທດຢູ່ຢູເຄຣນ;
– ສະໜັບສະໜູນສະຫະປະຊາຊາດ ເສີມຂະຫຍາຍບົດບາດປະສານງານ ດ້ານການຊ່ວຍເຫລືອດ້ານມະນຸດສະທຳຢູ່ຢູເຄຣນ, ສະໜັບສະໜູນວຽກງານຂອງຜູ້ປະສານງານໃນການຮັບມືວິກິດການຢູເຄຣນ ຂອງສະຫະປະຊາຊາດ.
ຂໍ້ລິເລີ່ມດັ່ງກ່າວຂອງຈີນ ແນໃສ່ປັບປຸງສະຖານະການດ້ານມະນຸດສະທຳຢູ່ຢູເຄຣນ ແລະ ຖືເປັນໂອກາດຫລຸດຜ່ອນຄວາມເຄັ່ງຕຶງຂອງສະຖານະການລວມ ເພື່ອສ້າງເງື່ອນໄຂຊຸກຍູ້ຝ່າຍລັດເຊຍ ກັບຝ່າຍຢູເຄຣນຫັນໜ້າເຂົ້າຫາກັນ. ອົງການກາແດງຈີນ ໄດ້ສົ່ງເຄື່ອງຊ່ວຍເຫລືອດ້ານມະນຸດສະທຳໃຫ້ຢູເຄຣນ 3 ຊຸດແລ້ວ ແລະ ຈະສືບຕໍ່ສະໜອງການຊ່ວຍເຫລືອດ້ານມະນຸດສະທໍາທີ່ຈໍາເປັນ ຕາມຄວາມຕ້ອງການໃນຕໍ່ໜ້າ.
ຂ່າວ: ຂປລ

