ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີທຳສຳເລົາເດັກ ແລະ ຕັດສິນປະຫານຊີວິດຄະດີຢາເສບຕິດ 1 ຄົນ

ປກສ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ວັນທີ 11 ພຶດສະພາ 2023 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈໍາເລີຍຈໍານວນ 5 ຄົນຄື:
- ທ້າວ ສົມບູນ ອາຍຸ 59 ປີ,ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງທຸລະຄົມ ແຂວງວຽງຈັນຖືກກັກຕົວ ຄັ້ງວັນທີ 22 ເມສາ 2021 ໃນຂໍ້ກ່າວຫາ ທຳສຳເລົາເດັກ, ຖືກຕັດສິນລົງໂທດຕັດອິດສະຫຼະພາບ 3 ປີ, ປັບໃໝ 5 ລ້ານກີບ ພ້ອມທັງໃຊ້ແທນຄ່າສິ້ນເປືອງໃນການໄປມາພົວພັນຄະດີ 500.000 ກີບ ແລະ ເສຍຄ່າທຳນຽນ ແລະ ຄ່າສຳເນົາເອກະສານຕ່າງໆ 105.000 ກີບ.
- ທ້າວ ໄມສີ ຫຼື ເຫວ ອາຍຸ 37 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງ ທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 17 ເມສາ 2023 ໃນຂໍ້ກ່າວຫາ ທຳສຳເລົາເດັກ, ຖືກຕັດສິນລົງໂທດຕັດອິດສະຫຼະພາບ 3 ປີ ປັບໃໝ 5 ລ້ານກີບ ໃຊ້ແທນຄືນຄ່າປົວແປງຈິດໃຈທຳອູ່ສູ່ຂວັນ 000.000 ກີບ, ຄ່າສິ້ນເປືອງການໄປມາຫາໝໍ ແລະ ເກີດລູກ 2.500.000 ກີບ, ຄ່າສິ້ນເປືອງໄປມາພົວພັນຄະດີ 2.500.000 ກີບ, ຄ່າລ້ຽງດູລູກນ້ອຍ ແຕ່ 1 ວັນ ຈົນຮອດ 18 ປີ ແລະ ເສຍຄ່າທຳນຽນ ແລະ ຄ່າສຳເນົາເອກະສານຕ່າງໆ 105.000 ກີບ.
- ທ້າວ ສຸກສັນ ອາຍຸ 36 ປີ ອາຊີບເຮັດນາ ຢູ່ບ້ານ ແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 14 ສິງຫາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 196 ເມັດ, ຖືກຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ.
- ທ້າວ ຄໍານ້ອຍ ອາຍຸ 42 ປີ ຢູ່ບ້ານ ເກີນກາງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຂອບຄອງ, ຊຸກເຊື່ອງ, ການຄ້າຂາຍຊັບຢ່າງຜິດກົດໝາຍ ປະເພດຢາບ້າ 168 ເມັດ, ລົດຈັກ 4 ຄັນ, ຖືກຕັດສິນລົງໂທດຕັດອິດສະຫຼະພາບ 7 ປີ 9 ເດືອນ ປັບໃໝ 18 ລ້ານກີບ.
- ທ້າວ ແທ່ນ ອາຍຸ 40 ປີ ອາຊີບ ເຮັດນາ ຢູ່ບ້ານ ນາໝໍ້ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 27 ກັນຍາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 10,000 ເມັດ ເທົ່າກັບ 5 ມັດ, ຢາໄອ 2 ຖົງ, ຖືກຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ປະຫານຊິວິດ.

