ເອຟເອ ໃຊ້ລົດເມ 100 ຄັນ ຂົນສົ່ງແຟນບານຟຣີ ນັດ ແມນຊິຕີ-ລີເວີພູລ ບານເຕະເອຟເອ ຄັບ ຮອບຮອງ

ສະມາຄົມບານເຕະອັງກິດ (FA) ຢືນຢັນສະຫນາມ ແລະ ມື້ແຂ່ງຂັນຂອງການແຂ່ງຂັນ ເອຟເອ ຄັບ ຮອບຮອງຊະນະເລີດແລ້ວ ເຊິ່ງກໍຍັງແຂ່ງຂັນທີ່ສະຫນາມ ເວມບຣີ ຕາມແຜນເກ່ົາ ໂດຍມີໂປຣແກຣມດັ່ງນີ້.
- ແມນເຊສເຕີ ຊິຕີ ພົບ ລີເວີພູລ ( ວັນເສົາ ທີ 16 ເມສາ ເວລາ 21:30 )
- ເຊລຊີ ພົບ ຄຣິສຕັລ ພາເລດ (ວັນອາທິດ ທີ 17 ເມສາ ເວລາ 22:30 ).
ສ່ວນບັນຫາເລື່ອງການເດີນທາງຂອງແຟນບານ ແມນ ຊິຕີ ແລະ ລີເວີພູລ ເນື່ອງຈາກບໍ່ມີລົດໄຟແລ່ນລະຫວ່າງເມືອງທັງ 2 ເມືອງ ທັງຖ້ຽວໄປ ແລະ ຖ້ຽວກັບ ໃນລະຫວ່າງວັນທີ 15-18 ເມສາ ໂດຍມີສາເຫດມາຈາຈາກການກໍ່ສ້າງໃນພື້ນທີ່ຮອບສະຫນາມ ຫລ້າສຸດ ເອຟເອ ອອກມາຖະແຫລງເຖິງວິທີການແກ້ບັນຫາແລ້ວ.
ທັງນີ້ ສະມາຄົມບານເຕະອັງກິດ ຈະຈັດກຽມ ລັດເມ ຈຳນວນ 100 ຄັນ ໃຫ້ແຟນບານໂດຍສານຈາກເມືອງແມນເຊສເຕີ ແລະ ເມືອງລີເວີພູລ ມາທີ່ສະຫນາມເວມບຣີ ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ໂດຍສາມາດຈອງບ່ອນນັ່ງລ່ວງຫນ້າໄດ້ຜ່ານທາງສະໂມສອນ ເຊິ່ງຈະສາມາດພາແຟນບານມາຊົມເກມນັດສຳຄັນນີ້ໄດ້ປະມານ 5,000 ຄົນ.
ສຳລັບສະຫນາມ ເວມບຣີ ຖືເປັນສັງວຽນຂອງການແຂ່ງຂັນບານເຕະເອຟເອ ຄັບ ຮອບຮອງຊະນະເລີດ ທັງ 2 ຄູ່ ລວມເຖິງຮອບຊີງຊະນະເລີດ ມາຕັ້ງແຕ່ປີ 2008.

