ຟານ ໄດ ເປີດຕົວຮ່ວມທີມ ລີເວີພູລ

ເຟີກິລ ຟານ ໄດ ເປີດຕົວກັບສະໂມສອນ ລີເວີພູລ ຢ່າງເປັນທາງການແລ້ວ ຫລັງຍ້າຍມາຮ່ວມທີມດ້ວຍຄ່າຕົວ 75 ລ້ານປອນ ເປັນກອງຫລັງຄ່າຕົວແພງທີ່ສຸດໃນໂລກ.
ເຟີກິລ ຟານ ໄດ ກອງຫລັງທີມຊາດເນເທີແລນ ເຊັນສັນຍາ ແລະ ເປີດຕົວເປັນນັກເຕະ ລີເວີພູລ ຢ່າງເປັນທາງການຮຽບຮ້ອຍແລ້ວ ໃນວັນທີ 1 ມັງກອນ ຫລັງຈາກສະໂມສອນເຊົາແທມຕັນ ຕົ້ນສັງກັດຍອມຂາຍໃຫ້ໃນລາຄາ 75 ລ້ານປອນ ສ້າງສະຖິຕິເປັນນັກເຕະກອງຫລັງຄ່າຕົວແພງທີ່ສຸດຂອງໂລກ. ກອງຫລັງອາຍຸ 26 ປີຄົນນີ້ ເຂົ້າກວດຮ່າງກາຍ ແລະ ເຊັນສັນຍາພ້ອມເປີດຕົວຢ່າງເປັນທາງການ ດ້ວຍສັນຍາ 5 ປີ ຮັບຄ່າເມື່ອຍສູງເຖິງອາທິດລະ 180.000 ປອນ. ຟານ ໄດ ກ່າວວ່າ: ປະຫວັດສາດຂອງສະໂມສອນ ລວມທັງສະໜາມຊ້ອມ ແລະ ເຈົ້າໜ້າທີ່ສະໂມສອນແຫ່ງນີ້ສົມບູນແບບຫລາຍ, ສາເຫດທີ່ຄ່າຕົວຕົນເອງສູງ ແຕ່ເປັນເພາະເລື່ອງຂອງຕະຫລາດຊື້-ຂາຍ ເຊິ່ງສິ່ງທີ່ຕົນເອງເຮັດໄດ້ຄືການເຮັດວຽກໜັກເພື່ອຊ່ວຍທີມ ໂດຍອະນາຄົດຫວັງຈະຄວ້າແຊ້ມກັບສະໂມສອນ ລີເວີພູລ ໃຫ້ໄດ້ ແລະ ເຊື່ອໝັ້ນວ່າ: ດ້ວຍປະສິດທິພາບຂອງຜູ້ຫລິ້ນຊຸດນີ້ ທີມຈະປະສົບຜົນສຳເລັດ.

