ບຣູໂນ ກຽມຕໍ່ສັນຍາສະບັບໃຫມ່ກັບ ແມນຢູ ອີກ 5 ປີ

ສື່ໃນອັງກິດ ລາຍງານຂ່າວວ່າ ບຣູໂນ ເຟີນານເດສ ກຽມຂະຫຍາຍສັນຍາໃຫມ່ກັບ ແມນເຊສເຕີ ຢູໄນເຕັດ ອີກ 5 ປີ ເຊິ່ງຈະເຮັດໃຫ້ລາວຢູ່ກັບທີມໄປຈົນເຖິງປີ 2027 ເຖິງວ່າສັນຍາສະບັບປັດຈຸບັນຈະເຫລືອອີກ 3 ປີກໍຕາມ.
‘‘ BBC ’’ ສຳນັກຂ່າວໃຫຍ່ໃນປະເທດອັງກິດ ລາຍງານຂ່າວວ່າ : ບຣູໂນ ເຟີນານເດສ ກອງກາງຕົວເກ່ັງຂອງ ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ກຽມທີ່ຈະເຊັນສັນຍາສະບັບໃຫມ່ກັບ ແມນເຊສເຕີ ຢູໄນເຕັດ ເປັນເວລາ 5 ປີ ເຊິ່ງຈະເຮັດໃຫ້ດາວເຕະທີມຊາດໂປຣຕຸເກສ ຈະຢູ່ໃນຖິ່ນ ໂອນ ແທຣຟຟອດ ໄປຈົນເຖິງ 2027.
ປັດຈຸບັນ ດາວຍິງອາຍຸ 27 ປີ ເຊິ່ງຍ້າຍຈາກ ສະປອດຕິງ ລິສບອນ ມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ດ້ວຍຄ່າຕົວ 47 ລ້ານປອນ ເມື່ອປີ 2020 ຍັງເຫລືອສັນຍາກັບທີມອີກ 3 ປີ ແນວໃດກໍຕາມ ຍອດທີມແຫ່ງອັງກິດ ຕ້ອງການຂະຫຍາຍສັນຍາກັບນັກເຕະອອກໄປໂດຍການເຈລະຈາຢຸດຊະງັກໄປເມື່ອປີໃຫມ່ຜ່ານມາ ແຕ່ທັງ 2 ຝ່າຍເລີ່ມກັບມາເຈລະຈາເລື່ອງດັ່ງກ່າວອີກເທື່ອຫນຶ່ງ ແລະ ບີບີຊີ ລະບຸວ່າ ການເຈລະຈາກໍມີທ່າອ່ຽງທີ່ດີ ແລະ ຫນ້າຈະມີການເຊັນສັນຍາໃນໄວໆນີ້.

