ຄົນທີ່ 5! ເປແອສເຊ ຄວ້າໂຕ ລູຄັສ ແອນັອງເດສ ເສີມແນວຮັບ

ເປແອສເຊ ຈັດການປິດຂໍ້ຕົກລົງນັກເຕະໃຫມ່ຄົນທີ 5 ໃນລະດູຮ້ອນນີ້. ດ້ວຍການເປີດຕົວ ລູຄັສ ແອນັອງເດສ ເຂົ້າຮ່ວມທີມຢ່າງເປັນທາງການ.
ນັກເຕະອາຍຸ 27 ປີ ໄດ້ລົງນາມເຊັນສັນຍາຢູ່ທີ່ Parc des Princes ເປັນເວລາ 5 ປີ ຈົນເຖິງເດືອນມິຖຸນາ 2028, ດ້ວຍຄ່າຕົວ 45 ລ້ານເອີໂຣບວກກັບແອດອອນ 5 ລ້ານເອີໂຣ.
ທັງນີ້ ລູຄັສ ກາຍເປັນຄົນທີ 5 ຂອງ ເປແອສເຊ ຕໍ່ຈາກກອງຫລັງຊາວສະໂລວາເກຍ ມິລານ ສະຄິນີ, ມາໂກ ອາເຊັນຊິໂອ ກອງກາງທີມຊາດສະເປນ ແລະ ມານູເອລ ໂອກາເຕ້ ກອງຫລັງຊາວອູຣູກວຍ ແລະ ອີ ຄັງ ອິນ ກອງກາງຊາວເກົາຫລີໃຕ້.

