ສານຕັດສິນຈຳຄຸກ ທ້າວ ຜ່ອງສີ ນວນນີວົງ 7 ປີ 3 ເດືອນ ຖານຄອບຄອງຢາເສບຕິດ, ຟອກເງິນ ແລະ ຊື້-ຂາຍຊັບຜິດກົດໝາຍ (ກຸ່ມດຽວກັບສີສຸກດາວເຮືອງ)

ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດຄູ່ຮ່ວມຈະບວນ ການຄະດີທ້າວ ສີສຸກ ທີ່ເປັນຈໍາເລີຍທີ 2 ຊື່ທ້າວ ຜ່ອງສີ ຫຼື ຕິ່ງ ອາຍຸ 44 ປີ ນັກທຸລະກິດ ບ້ານນາ ເມືອງໄຊ ທານີ ນະຄອນຫຼວງວຽງຈັນ ໃນວັນທີ 3 ມີນາ ຜ່ານມາ, ສະຖານການມີຢາເສບຕິດໄວ້ໃນຄອບຄອງ ( ຢາໄອສ໌ ), ການຟອກເງິນ ແລະ ການຊື້-ຂາຍຊັບພົນລະເມືອງຢ່າງຜິດກົດໝາຍ ແລະ ການໃຊ້ເອກະສານປອມ; ດັ່ງນັ້ນ, ຜ່ານການຄົ້ນຄວ້າຢ່າງຖີ່ຖ້ວນສານ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຜູ້ກ່ຽວ 7 ປີ 3 ເດືອນ ປັບໃໝ 11.000.000 ກວ່າກີບ ພ້ອມທັງປັບໃໝສາມສ່ວນຮ້ອຍຂອງຈໍານວນເງິນທີ່ຟອກ.
ຕາງໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ເປີດເຜີຍການການທໍາຜິດຂອງຈໍາເລີຍ 2 ໃນທີ່ປະຊຸມສານໃຫ້ຮູ້ວ່າ: ທ້າວ ຜ່ອງສີ ນວນນີວົງ ຫຼື ຕິ່ງ ໃຫ້ການສາລະພາບວ່າ: ລົດຈິບຍີ່ຫໍ້ແລນກູເຊີ້ ປ້າຍທະບຽນ ນດ 5599 ແພງນະຄອນ ທີ່ເຈົ້າໜ້າທີ່ກວດ ພົບເຫັນຢາໄອສ໌ ນ້ໍາໜັກ 8,8 ກຼາມ ໃນ ວັນທີ່ 20 ເມສາ 2017 ນັ້ນເປັນລົດຂອງຈໍາເລີຍແທ້ ຊື້ໃນປີ 2015 ຈາກ ທ້າວ ເວີນ ໃນລາຄາ 70.000 ໂດລາ ສະຫະລັດ, ເຊິ່ງເປັນລົດທີ່ເກີດອຸບັດຕິເຫດ ເຮັດໃຫ້ຫົວລົດຫຍຸບແລ້ວເອົາມາສ້ອມແປງນໍາໃຊ້, ມາຮອດ ເດືອນພະຈິກ 2016, ໄດ້ມີຄົນຮູ້ຈັກກັນຊື່ ທ້າວ ກິດຕິສັກ (ຄົນໄທຂາຍອາໄຫຼ່ລົດ) ໄດ້ຂ້າມມາປະເທດລາວ ຈຶ່ງໄດ້ເຊີນຜູ້ກ່ຽວມາຮ່ວມງານລ້ຽງ ພໍຮອດເວລາ 24:00 ໂມງ ຈຶ່ງໄດ້ຊວນກັນອອກໄປຫຼິ້ນຢູ່ຮ້ານ ບັນເທີງມາລີນາໂດຍໄດ້ຂັບຂີ່ລົດຄົນລະຄັນ, ຈໍາເລີຍ 2 ໄດ້ເອົາລົດຈິບຍີ່ຫໍ້ແລນກູເຊີ້ ປ້າຍທະບຽນ ສຸດ. 5599 ກໍາແພງນະຄອນ ໃຫ້ທ້າວກິດຕິສັກ ຂັບຂີ່ໄປ ແລະ ຮອດເວລາ 2:00 ໂມງ ຈຶ່ງໄດ້ແຍກທາງກັນກັບ ບ້ານ; ໃນເວລາກໍາລັງຈະກັບນັ້ນ ທ້າວ ກິດຕິສັກ ໄດ້ເກີດອຸບັດຕິເຫດລົດຕໍາປ້ອມຍາມຈາລະຈອນຢູ່ໜ້າຫໍ ຄໍາ ຖືກເຈົ້າໜ້າທີ່ກັກລົດໄວ້ຢູ່ນະຄອນບານ 2 ເດືອນ, ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຂໍເອົາອອກມາສ້ອມແປງ. ວັນທີ 19 ເມສາ 2017, ກໍ່ສ້ອມແປງສໍາເລັດ ຜູ້ກ່ຽວຈຶ່ງໄດ້ໃຫ້ ທ້າວ ນູນ ( ພະນັກງານ ) ລ້າງທໍາຄວາມສະອາດ ແລ້ວກໍຂັບຂີ່ໄປຈອດຢູ່ບ່ອນຈອດລົດໃນເຮືອນ ແລະ ມື້ຕໍ່ມາຈໍາເລີຍ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ແລະ ເຈົ້າໜ້າທີ່ໄດ້ທໍາການກວດຄົ້ນເຄຫະສະຖານ (ເຮືອນ) ຂອງຈໍາເລີຍ 2 ພົບເຫັນຂອງກາງຢາຝິ່ນ ນ້ໍາໜັກ 11,3 ກຼາມ ມາດໍາເນີນຄະດີ, ກ່ຽວກັບກະສອບລູກປືນອາກາ ທີ່ເຈົ້າໜ້າທີ່ ກວດພົບເຫັນຢູ່ສວນຢາງ ພາລາ ແລະ ສາງສວນປາມ ຢູ່ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຈໍານວນ 1.472 ກະສອບ, ກະສອບລູກປືນເຊເປ ຈໍານວນ 742 ກະສອບ ແລະ ມີຫມໍ້ປືນຈໍານວນ 3 ຖົງ ນໍ້າໜັກ 1 ກິໂລກຼາມ, ແກັບໝາກຝ່າ 9 ອັນ, ສາຍຂະນວນໝາກຝ່າ 14 ອັນ, ລູກປືນ 15 ລູກ ແລະ ແກັບລູກປືນ 902,3 ກຼາມ ຈໍາເລີຍ ໄດ້ປະຕິເສດວ່າບໍ່ຮູ້ເປັນຂອງບຸກຄົນໃດ, ແຕ່ຜ່ານມາປີ 2013, ຈໍາເລີຍ 2 ເຄີຍໄປສ້າງສັນຊຸມແຊວຢູ່ສວນດັ່ງກ່າວ ໂດຍມີຈໍາເລີຍ 1 ຄື: ທ້າວ ສີສຸກ ແລະ ທ້າວ ໄຊຊະນະ ແກ້ວພິມພາ ຫຼື ວັນລົບ ເຄີຍໄດ້ເອົາປືນແວັງ ມາຍິງຫຼິ້ນ; ໃນນີ້, ທ້າວ ສີສຸກ ໄດ້ຍິງປືນແວັງ ແລະ ທ້າວ ໄຊຊະນະ ແກ້ວພິມພາ ຍິງປືນອາກາຂອງຜູ້ ກ່ຽວ ແຕ່ບໍ່ຮູ້ ວ່າປືນດັ່ງກ່າວຈະຍັງຢູ່ກັບພວກກ່ຽວ ຫຼືບໍ່, ສ່ວນປືນແວັງຂອງຈໍາເລີຍ ແມ່ນໄດ້ເອົາໃຫ້ຄົນມາຂາຍປຸ໋ຍໃສ່ສວນຢາງພາລາ ( ບໍ່ຈື່ຊື່ ແລະ ທີ່ຢູ່ ) ຮູ້ແຕ່ຄົນແຂວງສະຫວັນນະເຂດ.
ທ້າວ ຜ່ອງສີ ນວນນິວົງ ໄດ້ກະທໍາ ຜິດຕາມມາດຕາ 2 ຂໍ້ 2 ວັກ 1 ຂອງກົດໝາຍ ວ່າດ້ວຍການ ປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າ ດ້ວຍ ຢາເສບຕິດ ສະບັບປີ 2013, ມາດຕາ 64 ວັກ 1, ມາດຕາ 124 ວັກ 2 ແລະ ມາດຕາ 161 ວັກ 2 ຂອງກົດ ໝາຍອາຍາ ສະບັບປີ 2005 ດ້ວຍເຫດຜົນດັ່ງກ່າວ ຄະນະສານອາຍາສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນລົງໂທດຕັດອິດສະລະພາບຈໍາຄຸກເລີຍ 7 ປີ 3 ເດືອນ ປັບໃໝ 11.500. 000 ກີບ ແລະ ປັບໃໝສາມສ່ວນຮ້ອຍຂອງຈໍານວນເງິນທີ່ຟອກ; ນອກນັ້ນ, ຕໍ່ກັບພາຫະນະທີ່ໄດ້ມາຈາກການກະທໍາຜິດ ສານຍັງໄດ້ຕັດສິນຮິບເຂົ້າເປັນຂອງລັດ ຄື: ຮິບລົດເກງຍີ່ຫໍ້ ເບັ້ນເລ້ ສີຂາວ ປ້າຍທະບຽນ ນມ 1828 ກໍາແພງນະຄອນ, ລົດກະບະຍີ່ຫໍ້ ມິດຊຸບິຊິ ສີຂາວ ເລກຈັກ 24BR787806, ເລກຖັງ KM 1454095 ປ້າຍທະບຽນ ບຊ 0212 ບໍລິຄໍາໄຊ, ລົດຈັກຍີ່ຫໍ້ BMW ສີປອນເງິນ ເລກຖັງ ENAC43000 -333853559, ລົດກະບະ ຍີ່ຫໍ້ໂຕໂຢຕ້າ ໄມຕີເອັກ ສີຟ້າຂາວ ປ້າຍທະບຽນ ກກ 1911 ແພງນະຄອນ ແລະ ລົດຂົນສົ່ງຍີ່ຫໍ້ອີຊຊ ສີແດງ ເລກຈັກ 255961, ເລກຖັງ NPR 58L7131262.

