ຢູຟາ ກຽມຕັ້ງ ສະຫະຣາຊະອານາຈັກ ເປັນເຈົ້າພາບ ຢູໂຣ 2028

ອັງກິດພວມມີໂອກາດຫລາຍທີ່ສຸດທີ່ຈະໄດ້ເປັນເຈົ້າພາບຈັດການແຂ່ງຂັນເຕະບານ ຢູໂຣ 2028 ເຊິ່ງຫລັງຈາກເດືອນເມສານີ້ຈະມີການປະກາດຢ່າງຈະແຈ້ງແນ່ນອນ.

‘‘ ຊັນ ສະປອດ ’’ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ສະຫະພັນບານເຕະຢູໂຣ ຫລື EUFA  ພວມມີແຜນການທີ່ຈະແຕ່ງຕັ້ງສະຫະລາຊະອານາຈັກ ທີ່ນຳໂດຍ ອັງກິດ, ໄອແລນ, ເວລສ, ສະກັອດແລນ ແລະ ໄອແລນເຫນືອ ເປັນເຈົ້າພາບຈັດການແຂ່ງຂັນບານເຕະຢູໂຣ 2028.

ທາງ ຢູຟາ ໄດ້ມີການເປີດໃຫ້ທຸກຊາດສະມາຊິກສົ່ງຄຳຮ້ອງຂໍລົງຊີງຕຳແຫນ່ງການຈັດການແຂ່ງຂັນຢູໂຣ 2028 ມາຕັ້ງແຕ່ໄລຍະຕົ້ນປີທີ່ຜ່ານມາ ແລະ ສະຫະຣາຊະອານາຈັກ ປະກາດຈະແຈ້ງວ່າຈະລົງຊີງໄຊໃນຕຳແຫນ່ງນີ້ ເນື່ອງຈາກ ທັງ 5 ຊາດ ຫາລືກັນ ແລະ ປະຕິເສດຈະລົງຊີງຕຳແຫນ່ງເຈົ້າພາບ ເຕະບານໂລກ 2030 ຫລື ຄົບຮອບ 100 ປີ ຂອງການຈັດການແຂ່ງຂັນເຕະບານໂລກ.

ເຊິ່ງກ່ອນຫນ້ານີ້ ຣັສເຊຍ ຖືເປັນອີກ 1 ຊາດທີ່ໃຫ້ຄວາມສົນໃຈໃນ ຢູໂຣ 2028 ຫລາຍ ຈົນມາເຖິງເກີດສົງຄາມ ຣັສເຊຍ-ຢູເຄຣນ ສົ່ງຜົນໃຫ້ ຣັສເຊຍ ຖືກຫ້າມ ແລະ ຄວາມຝັນເປັນເຈົ້າພາບ ຢູໂຣ 2028 ຢູຟາ ຈະແຕ່ງຕັ້ງ ສະຫະຣາຊະອານາຈັກ ເປັນເຈົ້າພາບໃນທັນທີ.