ແມນຢູ ແລະ ເຊວຊີ ກຽມຊື້ ຕົວເດັ່ນ ອາເຊນອລ ຮ່ວມທີມ

ຜູ້ຈັດການທີມ ສະໂມສອນ ອາເຊນອລ ຊ໊ອກ ຫລັງມີຂ່າວວ່າ ແມນແຊັດເຕີ ຢູໄນເຕັດ ແລະ ເຊລຊີ ກຽມຊື້ ອາຣອນ ແຮມຊີ ນັກເຕະສະໂມສອນ ອາເຊນອລ ມາຮ່ວມທີມ.
ເຊິ່ງເປັນທີ່ເຂົ້າໃຈກັນວ່າ ໄລຍະຜ່ານມາ ອາຣອນ ແຮມຊີ ສະໂມສອນຕົ້ນສັງກັດໄດ້ເວົ້າເຖິງເລື່ອງການຂະຫຍາຍສັນຍາຫລາຍຄັ້ງ ແຕ່ວ່າຈົນເຖິງເວລາລາຍຊື່ດັ່ງກ່າວຍັງບໍ່ໄດ້ລຸລວງກັນເທື່ອ ທັງໆທີ່ເຂົາເຫລືອສັນຍາກັບສະໂມສອນສິ້ນສຸດລະດູການນີ້.
ຫລ້າສຸດ ສໍານັກຂ່າວດັງຂອງໂລກ ໄດ້ອອກຂ່າວວ່າ: ແມນແຊັດເຕີ ຢູໄນເຕັດ ແລະ ເຊລວຊີ ກໍາລັງຈັບຕາເບິ່ງນັກເຕະດີເດັ່ນຂອງສະໂມສອນອາເຊນອລ ອາຍຸ 27 ປີ ພ້ອມທີ່ຈະຄວ້າຕົວຫລັງໝົດສັນຍາກັບ ອາເຊນອລ.

