ຣູດີເກີ ປະຕິເສດ ມາດຣິດ – ບາເຢິນ, ຫລັງນັກເຕະກຽມຍ້າຍຈາກ ເຊລຊີ ແນ່ນອນແລ້ວ

ເດລີ ເມລ ສື່ກິລາຊື່ດັງຂອງອັງກິດລາຍງານວ່າ : ອັນໂຕນີໂອ ຣູດີເກີ ກອງຫລັງຕົວເກ່ັງຂອງ ເຊລຊີ ໄດ້ກຽມຕົວທີ່ຈະຍ້າຍຫນີທີມໃນລະດູການນີ້ຢ່າງແນ່ນອນແລ້ວ ເຊິ່ງເປັນໄລຍະທີ່ລາວຈະຫມົດສັນຍາກັບສະໂມສອນພໍດີ.
ມີຂໍ້ມູນເປີດເຜີຍວ່າ ມີຫລາຍສະໂມສອນທີ່ໃຫ້ຄວາມສົນໃຈໃນຕົວຕົວຂອງ ຣູດີເກີ ເຊ່ັນ : ເຣອັນ ມາດຣິດ ທີມວ່າທີ່ແຊ໊ມ ລາລີກາ ສະເປນ ໃນປີນີ້ ຫລື ບາເຢິນ ມິວນິກ ທີມໃນບ້ານເກີດຂອງລາວ ຕ່າງກໍໃຫ້ຄວາມສົນໃຈຢາກໄດ້ໄປເປັນກຸນແຈສຳຄັນຂອງເກມຮັບ ແຕ່ລາວໄດ້ປະຕິເສດທັງ 2 ທີມນີ້ໄປແລ້ວ.
ໂດຍທີ່ມີລາຍງານວ່າ : ລາວຕົກລົງສັນຍາ 4 ປີ ກັບ ຢູເວນຕຸສ ທີມມະຫາອຳນາດໃນລີກ ກັລໂຊ ເຊເຣຍ ອາ ອິຕາລີ ແລ້ວ ແລະ ຈະຮ່ວມງານກັນຫລັງຈົບລະດູການນີ້ເປັນຕົ້ນໄປອີກ 4 ປີກັບທີມ ມ້າລາຍ.
ສຳລັບ ອັນໂຕນີໂອ ຣູດີເກີ ຍ້າຍຈາກ ໂຣມາ ມາຢູ່ກັບ ເຊລຊີ ເມື່ອປີ 2017 ໂດຍຮັບໃຊ້ສະໂມສອນມາແລ້ວ 5 ປີເຕັມໆ ລົງສະຫນາມຮັບໃຊ້ຊາດໄປທັງຫມົດ 190 ເກມ ຍິງໄປແລ້ວ 10 ປະຕູ ກັບອີກ 7 ແອສຊິສ ໃນທຸກລາຍການ ສ່ວນຜົນງານໃນລະດູການນີ້ ຍິງໄປແລ້ວ 3 ປະຕູ ກັບອີກ 4 ແອສຊິສ.

