ກັກລົດຈັກ 49 ຄັນທີ່ມີການດັດແປງເຕັກນິກ ທີ່ສ້າງຄວາມລົບກວນສັງຄົມ.

ທ່ານ ພັທ ໄຊພອນ ຈັນທະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ແກ້ໄຂລົດຈັກທີ່ດັດແປງສະພາບເນັກຕິກ ເຊັນ: ໃສ່ຕິນນ້ອຍ ໃສ່ທໍ່ດັ່ງ ຂີ່ແຂ່ງກັນ ເປັນກຸ່ມກ້ອນ ເຮັດໃຫ້ມີສຽງດັ່ງລົບກວນຕໍ່ພໍ່ແມ່ປະຊາຊົນ ໃນຍາມລັບນອນກາງຄືນ ຫລື ກາງເວັ້ນເວລາເຮັດວຽກງານຕ່າງໆ.
ເຈົ້າໜ້າໜ່ວຍງານຈາລະຈອນ ປກສ ເມືອງທຸລະຄົມ ສົມທົບກັບ ປກສ ກຸ່ມບ້ານ ແລະ ອໍານາດການປົກຄອງແຕ່ລະບ້ານພາຍໃນເມືອງ ຕິດຕາມກວດກາຕາມເສັ້ນທາງ ແລະ ຕາມການລາຍງານການຄຸ້ມຄອງຂອງແຕ່ລະບ້ານ, 2 ເດືອນຕົ້ນປີ 2022 ຜ່ານມາ ສາມາດກັກລົດຈັກໄດ້ຈໍານວນ 49 ຄັນ ເອົາມາເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງທຸລະຄົມ ຕົກມາຮອດ ວັນທີ 16 ມີນາ 2022 ຈິ່ງໄດ້ເຊິນຜູ້ຂັບຂີ່ ແລະ ຜູ້ປົກຄອງພ້ອມດ້ວຍອໍານາດການຈັດຕັ້ງບ້ານຂື້ນມາຫ້ອງການກອງບັນຊາການ ປກສ ເມືອງທຸລະຄົມ ເພື່ອມາສືກສາອົບຮົມທາງດ້ານແນວຄິດ ຈິດໃຈ ເຮັດໃຫ້ເຂົາເຈົ້າເຂົ້າໃຈ ໄປຕາມລະບຽບການສັນຈອນຕາມທ້ອງຖະໜົນຫລວງ ແລະ ເຂົ້າໃຈເຖິງຕາມແນວທາງນະໂຍບາຍຂອງພັກ-ລັດ ຫລັງຈາກນັ້ນຈິງໄດ້ເຮັດບົດບັນທືກໃຫ້ແຕ່ລະຄົນເຊັນຮັບເອົາ ແລ້ວເອົາທໍ່ພ້ອມຕິນລົດມາປ່ຽນຄືນຕາມສະພາບເດີມ ແລະ ມອບລົດໃຫ້ຄືນກັບບ້ານຂອງໃຜລາວ.

