ຜູ້ຊ່ຽວຊານເຕືອນ ໂຄວິດບໍ່ໄດ້ຫາຍໄປໃສ ບໍ່ໃສ່ຜ້າປິດປາກ-ດັງສ່ຽງຕິດໂຄວິດ ກັບໄຂ້ຫວັດໃຫຍ່

ຜູ້ຊ່ຽວຊານອາເມລິກາ ເຕືອນວ່າການບໍ່ໃສ່ຜ້າປິດປາກ-ດັງໃນພື້ນທີ່ກາງແຈ້ງ ສ່ຽງຕໍ່ການຕິດເຊື້ອລະບົບທາງເດີນຫາຍໃຈ ທັງໂຄວິດ-19 ແລະ ໄຂ້ຫວັດໃຫຍ່ ທີ່ລະບາດໜັກຊ່ວງລະດູໃບໄມ້ປົ່ງ.

ໃນວັນທີ 17 ມີນາ 2022 ນາງ ຈິລ ໂຣເບີດ ຮອງສາສະດາຈານດ້ານສາທາລະນະສຸກຈາກມະຫາວິທະຍາໄລເຊົາຟໍຣິດາ ໃນລັດແຄລິຟໍເນຍ ຂອງອາເມລິກາ ອອກມາເຕືອນວ່າ: ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຍັງບໍ່ໄດ້ຫາຍໄປໃສ ແລະ ການບໍ່ໃສ່ຜ້າປິດປາກ-ດັງ ໂດຍສະເພາະບໍລິເວນແຄມຝັ່ງທະເລທີ່ມີຄົນໜາແໜ້ນ ອາດເຮັດໃຫ້ຮ່າງກາຍຕິດເຊື້ອລະບົບທາງເດີນຫາຍໃຈຄືໂຄວິດ-19 ພ້ອມໄຂ້ຫວັດໃຫຍ່ ທີ່ຄາດວ່າຈະລະບາດໜັກໃນຊ່ວງລະດູໃບໄມ້ປົ່ງ.

ຜູ້ຊ່ຽວຊານລະບຸວ່າ: ອາເມລິກາກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມສະເລ່ຍເກືອບ 37.000 ຄົນຕໍ່ວັນໃນອາທິດກ່ອນ ເຖິງວ່າໂດຍລວມຈະເປັນຕົວເລກທີ່ຫລຸດລົງທົ່ວປະເທດ, ແຕ່ເຊື້ອຍັງບໍ່ໄດ້ຫາຍໄປໃສ ເຊິ່ງນັກວິໄຈສ່ວນໜຶ່ງຄາດວ່າຕົວເລກເຫລົ່ານີ້ຈະເພີ່ມຂຶ້ນອີກ ເພາະການຍົກເລີກຄຳສັ່ງບັງຄັບໃສ່ຜ້າປິດປາກ-ດັງ. ນອກຈາກນັ້ນ ເຊື້ອໄວຣັສຊະນິດກາຍພັນ ສາຍພັນໂອມິຄຣອນ ສາຍພັນຍ່ອຍບີເອ.2 ທີ່ປາກົດຂຶ້ນຍັງສ້າງຄວາມກັງວົນໃນອາເມລິກາ ແລະ ຕ່າງປະເທດ.