ພັດທະນາວົງການບານເຕະລາວໃຫ້ກ້າວທັນສາກົນ

ໂດຍ: ທິດກໍ່າ
ຫາກຕັ້ງໂຈດກັນວ່າ, ດ້ວຍເຫດໃດ ຄົນທັງຫລາຍຈຶ່ງພາກັນມັກເບິ່ງກິລາບານເຕະ ? ຄຳຕອບກໍຄື ຍ້ອນວ່າກິລາປະເພດນີ້ເປັນກິລາທີ່ມີການທ້າທາຍ, ມີຫລາຍຄົນຫລິ້ນເປັນທີມ, ມີການປະສານກົມກຽວ, ເຕັມໄປດ້ວຍພາລະກຳລັງ, ມີເຕັກນິກການຫລິ້ນ, ມີການຄວບຄຸມ, ມີເກມການຫລິ້ນດ້ວຍຍຸດທະວິທີສິລະປະຍຸດທີ່ເໜືອຊັ້ນ. ນອກຈາກນີ້ແລ້ວ ກິລາບານເຕະຍັງເປັນການປະສົມປະສານ, ການສື່ສານລະຫວ່າງໝູ່ຄະນະ, ລະຫວ່າງແຂວງກັບແຂວງ, ລະຫວ່າງປະເທດກັບປະເທດ, ມີຄວາມສາມັກຄີກັນຢ່າງກົມກືນ.
ຍ້ອນຄວາມສຳຄັນເປັນພິເສດຂອງກິລາບານເຕະ ຈຶ່ງພາໃຫ້ເກີດມີອົງກອນໃນລະດັບປະເທດ ແລະ ອົງກອນບານເຕະຂອງໂລກ ຫລື ເອີ້ນວ່າ: ຟີຟາ (FIFA) ເປັນຜູ້ດູແລຊຸກຍູ້ສົ່ງເສີມເພື່ອໃຫ້ວົງການກິລາບານເຕະໃນທົ່ວໂລກມີການກ້າວໜ້າຂະຫຍາຍຕົວໄປເລື້ອຍໆ. ໃນຄວາມສຳຄັນຂອງກິລາ ບໍ່ວ່າແຕ່ບານເຕະ ນັບທັງກິລາປະເພດອື່ນໆຍັງເຮັດໃຫ້ຄົນເຮົາມີສຸຂະພາບເຕີບໃຫຍ່, ແຂງແຮງ, ມີຜະຫຍາປັນຍາ ກາຍເປັນຊັບພະຍາກອນອັນປະເສີດຂອງຊາດ.
ສຳລັບ ສປປ ລາວພວກເຮົາ ພັກ ແລະ ລັດຖະບານໄດ້ຫັນເອົາວຽກງານພາລະສຶກສາເປັນໜຶ່ງໃນຫ້າຫລັກມູນຂອງການສຶກສາເຊັ່ນ: ປັນຍາສຶກສາ, ພາລະສຶກສາ, ສິລະປະສຶກສາ, ຄຸນສົມບັດສຶກສາ ແລະ ແຮງງານສຶກສາ. ສະເພາະໃນວົງການບານເຕະກໍໄດ້ຈັດຕັ້ງອົງກອນໜຶ່ງຂຶ້ນມາ ເພື່ອຄຸ້ມຄອງສຶກສາອົບຮົມ ແລະ ຊຸກຍູ້ສົ່ງເສີມວົງການບານເຕະ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
ດ້ວຍປັດໄຈ, ເງື່ອນໄຂ ແລະ ສາເຫດຕ່າງໆທີ່ກ່າວມາຂ້າງເທິງນັ້ນ ຈຶ່ງຖືວ່າກິລາບານເຕະເປັນກິລາປະເພດໜຶ່ງທີ່ຄົນໃນທົ່ວໂລກນິຍົມຊົມຊອບທີ່ສຸດ ແລະ ກິລາປະເພດນີ້ຖ້າຜູ້ໃດຫລິ້ນເກັ່ງຫັນເປັນອາຊີບກໍມີຄ່າຕົວສູງສາມາດລ້ຽງປາກລ້ຽງທ້ອງ ກາຍເປັນເສດຖີກະດູມພີຍ້ອນເຕະບານເກັ່ງ ບໍ່ວ່າໃນລະດັບປະເທດ, ລະດັບພາກພື້ນ ແລະ ລະດັບໂລກ.
ຢ່າງໃດກໍດີ, ສຳລັບ ສປປ ລາວຂອງພວກເຮົາ ນັບແຕ່ U-23 ທີ່ໄດ້ໄປຮ່ວມແຂ່ງຂັນຢູ່ປະເທດກຳປູເຈຍໃນລາຍການຊີງແຊ້ມອາຊຽນ ເຫັນວ່າສາມາດກູ້ໜ້າກູ້ຕາສ້າງຊື່ສຽງໂດ່ງດັງຄຶກຄັກມາອີກຄັ້ງ. ອັນສາເຫດກໍຍ້ອນວ່າສາມາດເຂົ້າຮອບຮອງຊະນະເລີດ ແລະ ໄດ້ອັນດັບທີສາມຮ່ວມກັບຕີມໍເລສເຕ. ດ້ວຍຜົນງານທີ່ໂດດເດັ່ນຄັ້ງນີ້ກໍມີຫລາຍພາກສ່ວນໄດ້ໃຫ້ການອຸປະຖຳລາງວັນເພື່ອຊົມເຊີຍຜົນງານ ທັງເປັນການຊຸກຍູ້ສົ່ງເສີມໃຫ້ວົງການບານເຕະທີມຊາດລາວມີການພັດທະນາກ້າວໄປເໝືອນດັ່ງປະເທດອື່ນໃນອາຊຽນ ດັ່ງຕົວຢ່າງທາງສະຫະພັນບານເຕະແຫ່ງຊາດລາວກໍໃຫ້ການອຸປະຖຳເຖິງ 4 ຮ້ອຍລ້ານກີບ, ທ່ານ ນາງ ພິຈິກາ ບຸນກວ້າງ ຫລື ທີ່ຮູ້ກັນດີວ່າ ມາດາມໂບ ພ້ອມຫ້າງຮ້ານທຸລະກິດຈຳນວນໜຶ່ງກໍໄດ້ອຸປະຖຳເປັນລາງວັນເຖິງ 100 ລ້ານກີບ. ກໍຂໍໃຫ້ວົງການບານເຕະລາວຈົ່ງເລັ່ງລັດພັດທະນາຕົນເອງໄວໆ ຖ້າຫາກຍັງຊັກຊ້າອືດອາດເໝືອນດັ່ງຫ້າປີສິບປີຫລັງຜ່ານມາກໍຈະຢູ່ລາກທ້າຍຂອງອາຊຽນຢ່າງບໍ່ຕ້ອງສົງໄສ.

