2020 ໂລກເກີດອົນລະຫົນປັ່ນປ່ວນແຕ່ຫົວປີ

ທິດກໍ່າ:
ສຳລັບບົດຄວາມໃນຄໍລຳມື້ນີ້, ທິດກໍ່າຂໍແນມໄປອ່າວໄກໆແດ່ຈາກພາຍໃນສູ່ພາຍນອກເບິ່ງເພື່ອນມິດບາງຂົງເຂດ ແລະ ບາງພາກພື້ນທີ່ພວມຜະເຊີນກັບມະຫັນຕະໄພຂົ່ມຂູ່ຄຸກຄາມຢ່າງໜ້າເປັນຫ່ວງ ແລະ ສັງເວດໃນຖານະເພື່ອນມະນຸດດ້ວຍກັນ. ອີກປະການໜຶ່ງກໍເພື່ອເປັນການເຕືອນສະຕິໃຫ້ຄົນລາວເຮົາຢຶດຖືເອົາເປັນບົດຮຽນໃນຍຸກປັດຈຸບັນ ກໍຄືອະນາຄົດຕໍ່ໜ້າ ແລະ ຍາວນານ. ອັນສາເຫດກໍເພາະວ່າຢູ່ບ້ານເຮົາກໍເຄີຍຖືກ, ເຄີຍມີ, ເຄີຍເຫັນ ແລະ ເຄີຍປະສົບພົບພໍ້ມາແລ້ວ ຕ່າງແຕ່ວ່າໃຜໜັກໃຜເບົາກວ່າກັນເທົ່ານັ້ນ.

ເຫດການອັນທີໜຶ່ງກໍແມ່ນໄຟໄໝ້ປ່າຢູ່ປະເທດອົດສະຕຣາລີພວມກາຍເປັນມະຫັນຕະໄພທະເລໄຟທີ່ບໍ່ເຄີຍເຫັນມາໃນຫລາຍທົດສະວັດ.
ໃນຊຸມປີຜ່ານມານັ້ນ ກໍຖືວ່າມີເຫດການໄຟໄໝ້ ແຕ່ກໍຍັງບໍ່ຮ້າຍແຮງສໍ່າຄັ້ງນີ້
ແລະ ປີນີ້. ເຫດການໄຟໄໝ້ປ່າຢູ່ປະເທດອົດສະຕຣາລີປີນີ້ໄດ້ເຮັດໃຫ້ຄົນເສຍຊີວິດໄປແລ້ວເຖິງ
24 ຄົນ, ສູນຫາຍ 6 ຄົນ ແລະ ສັດປ່ານ້ອຍໃຫຍ່ເສຍຊີວິດ ແລະ ດັບສູນເປັນຈຳນວນຫລາຍລ້ານໂຕ
ຕະຫລອດຮອດວັດຖຸຊັບສິນ, ທຳມະຊາດ, ສິ່ງແວດລ້ອມເສຍຫາຍໃນຫລາຍພື້ນທີ່. ປັດຈຸບັນ
ທາງເຈົ້າໜ້າທີ່ກ່ຽວຂ້ອງພວມສຸມທຸກກຳລັງເຂົ້າດັບມອດດ້ວຍຄວາມພະຍາຍາມ ແລະ
ລຳບາກກາກກຳທີ່ສຸດ. ເບິ່ງຢ່າງໜຶ່ງຄືວ່າຍິ່ງມອດກໍຍິ່ງລຸກລາມໄໝ້ເປັນກະແສສູງກາຍເປັນມະຫັນຕະໄພໄຮ້ທຽມທານໄໝ້ຮາບກ້ຽງເກືອບວ່າບໍ່ມີທ່າທີຫລຸດຜ່ອນ
ຄືກັນກັບວ່າມີແນວມາສິງບັງເກີດທຳລາຍເຜົາຜານຊີວິດອິນຊີຂອງຄົນ ແລະ ສັດເດຍລະສານນ້ອຍໃຫຍ່ຢ່າງຮາບກ້ຽງ.
ໄປພ້ອມໆກັນນັ້ນ ສະພາບອາກາດກໍຮ້ອນຂຶ້ນເຖິງ 50 ອົງສາ ເຊິ່ງບໍ່ເຄີຍມີມາໃນຍຸກປະຫວັດສາດຂອງປະເທດອົດສະຕຣາລີ
ກໍຄືໃນໂລກ.

ສ່ວນເຫດການອັນທີສອງກໍແມ່ນເກີດໄພນ້ຳຖ້ວມຢູ່ນະຄອນຫລວງຈາກາຕາ
ປະເທດອິນໂດເນເຊຍ ມາແຕ່ວັນທີ 4 ມັງກອນ 2020 ມີຄົນເສຍຊີວິດເຖິງ 60 ຄົນ ແລະ
ປະຊາຊົນຫລາຍກວ່າ 170 ພັນຄົນຕ້ອງໄດ້ພາກັນອົບພະຍົບຫລົບໜີໄປຢູ່ເຂດປອດໄພ.
ສະພາບນ້ຳຖ້ວມຄັ້ງນີ້ເປັນອັນຕະລາຍຮ້າຍແຮງ ແລະ ບາງພື້ນທີ່ຖ້ວມສູງຮອດຕຶກສອງຊັ້ນ.
ສາເຫດກໍເນື່ອງມາຈາກມີຝົນຕົກໜັກ ບວກໃສ່ຄອງລະບາຍນ້ຳໃນຕົວເມືອງບໍ່ໄດ້ມາດຕະຖານ
ກໍເລີຍເປັນເຫດໃຫ້ເກີດມະຫັນຕະໄພນ້ຳຖ້ວມຢ່າງບໍ່ຄາດຄິດນີ້.

ເຫດການອັນທີສາມທີ່ຊາວໂລກພວມຈັບຕາເບິ່ງ
ແລະ ໜ້າເປັນຫ່ວງ ກໍຄືເກີດເສິກຄວາມຂັດແຍ່ງເຖິງຂັ້ນແລກດ້ວຍເລືອດ ແລະ
ນ້ຳຕາ ລະຫວ່າງສະຫະລັດອາເມລິກາກັບປະເທດອີຣານ ຈົນບໍ່ສາມາດຈະໃຫ້ອະໄພກັນໄດ້.
ນີ້ກໍຍ້ອນວ່າ ສະຫະລັດລອບສັງຫານໂຫດ ພົນຕີ ກັສເຊັມ ໂຊເລມານີ ທີ່ເປັນແກນນຳຝ່າຍທະຫານໃນກອງທັບ
ແລະ ເປັນຜູ້ນຳທີ່ສຳຄັນນ້ຳເບີສອງຂອງປະເທດອີຣານ. ທ່ານ ພົນຕີ ກັສເຊັມ ໂຊເລມານີ
ເປັນອະດີດຜູ້ບັນຊາການກອງກຳລັງນັກຮົບພິເສດຂອງກອງທັບປະຕິວັດອິດສະລາມ.
ພາຍຫລັງການປະຕິບັດການສັງຫານໂຫດດ້ວຍການໂຈມຕີທາງອາກາດແລ້ວ ທາງຝ່າຍຜູ້ນຳສະຫະລັດກໍຕົບມືພືຜ້າດີອົກດີໃຈວ່າສ້ຽນໜາມໄດ້ຕາຍໄປແລ້ວ,
ທຸກສິ່ງຢ່າງອາດຈະຈົບລົງເໝືອນກັນກັບການຂ້າ ຊັດດຳ ຮຸນເຊນ ກັບ ບິນລາເດັນ
ແຕ່ມັນກໍບໍ່ເປັນໄປຄືດັ່ງຄິດ. ປັດຈຸບັນ ປະຊາຊົນຊາວອີຣານ ກໍຄືຊາວມຸດສະລິມໃນທົ່ວໂລກກໍ່ເກີດຄວາມອັ່ງແຄ້ນແໜ້ນໃຈຈົນເຖິງຂັ້ນຊັກທຸງແດງຂຶ້ນຍອດສະເຫລົ່າ
ອັນເປັນສະຖານທີ່ສັກສິດ ເປັນສັນຍານເຕືອນບອກວ່າ: ເລືອດຕ້ອງລ້າງດ້ວຍເລືອດ
ນັບທັງວາງຄ່າຫົວ ຖ້າຜູ້ໃດສັງຫານຜູ້ນຳອາເມລິກາ, ອີຣານຈະຈ່າຍໄປເລີຍ 80
ລ້ານໂດລາສະຫະລັດ.

ມາຮອດປັດຈຸບັນ, ຄວາມຂັດແຍ່ງ ແລະ ຄວາມອາຄາດບາດໝາງພວມເປັນກະແສສູງ ເຖິງຂັ້ນເຕືອນໄຟແດງໄປແລ້ວ. ກໍຂໍໃຫ້ພວກເຮົາພ້ອມກັນຕິດຕາມຟັງດ້ວຍຫູ, ເບິ່ງໃນຕາລັກຄະນາໃນໃຈຢ່າງມີສະຕິ ແລະ ມີຄວາມພ້ອມ ເພາະຢ້ານມີລູກຫລົງມາແຖວອາຊີຕາເວັນອອກສຽງໃຕ້. ກ່າວເຖິງເສິກສົງຄາມ ລາວເຮົາໄດ້ຜ່ານພົ້ນມາແລ້ວເກືອບ 50 ປີ, ມາຮອດດຽວນີ້ລະເບີດຍັງເກັບກູ້ບໍ່ທັນໝົດ ອາດຈະແກ່ຍາວໄປເຖິງສອງສາມຮ້ອຍປີຂ້າງໜ້າວ່າຈະໝົດ ຫລື ບໍ່. ນີ້ລະຄືຜົນຮ້າຍຂອງສົງຄາມປະຫັດປະຫານກັນຈາກຄວາມກະຫາຍຍາດແຍ່ງຜົນປະໂຫຍດຂອງມະນຸດ ເພື່ອຄວາມຢູ່ລອດ ແລະ ຍິ່ງໃຫຍ່. ໃນຍຸກ 4.0 ການເຮັດເສິກສົງຄາມບໍ່ຈຳເປັນໃຊ້ກຳລັງຕີກັນແບບໜ້າກະດານຄືຍຸກສົງຄາມເຢັນ, ຍຸກນີ້ໃຊ້ລູກດຽວຕາຍເປັນຮ້ອຍເປັນພັນ, ເຜີໆມານັ່ງກິນເຝີຢູ່ດີໆມີລູກກົມໆສໍ່າເສົາເຮືອນຕົກລົງມາ ໄປທັງຄົນທັງຖ້ວຍເຝີທັງຮ້ານເຝີກໍມຸ່ນຮາບກ້ຽງຈົນບໍ່ມີອັນໃດຫລົງເຫລືອ. ນີ້ຄືສົງຄາມຍຸກນິວເຄຼຍທີ່ຕ່າງຝ່າຍພວມທ້າກັນ ເພື່ອຄວາມສຳເລັດ ແລະ ຍິ່ງໃຫຍ່. 2020 ໂລກເລີ່ມປັ່ນປ່ວນອົນລະຫົນລວນເລແຕ່ຫົວປີ ດີ ຫລື ຮ້າຍຂຶ້ນກັບມະນຸດເປັນຜູ້ສ້າງເອງນັ້ນແລ !.

