ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ເມືອງໂຂງ ແຂວງຈຳປາສັກ ຄືບໜ້າເກືອບ 67%

ວັນທີ 16 ມີນາ 2022, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ)ໄດ້ເນັ້ນໃນໂອກາດຕິດຕາມຄວາມຄືບໜ້າໂຄງການພັດທະນາໂຄງລ່າງພື້ນ ຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ທີ່ເມືອງໂຂງແຂວງຈຳປາສັກໂດຍຄະນະຮັບຜິດຊອບ ແລະ ບໍລິສັດຮັບເໝົາກໍ່ສ້າງ ຖືສຳຄັນບັນຫາສິ່ງແວດລ້ອມຕ່າງໆບໍ່ໃຫ້ກະທົບຕໍ່ປະຊາ ຊົນ ແລະ ຮັບປະກັນຄຸນນະພາບການກໍ່ສ້າງເພື່ອນຳໃຊ້ຍາວນານ ແລະ ການບໍລິຫານຄຸ້ມຄອງໃຫ້ຍືນຍົງ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ທີ່ທະນາຄານພັດທະນາອາຊີ ຊ່ວຍເກືອບ 4 ລ້ານໂດລາສະຫະລັດ ໄດ້ກໍ່ສ້າງ ແລະ ປັບປຸງເສັ້ນທາງຮ່ອມນາກະສັງ ແລະ ດອນເດດ-ດອນຄອນເມືອງໂຂງແຂວງຈຳປາສັກ ໂດຍປັດຈຸບັນຄືບໜ້າເກືອບ 67%ພາຍຫລັງກໍ່ສ້າງ ແລະສ້ອມແປງແຕ່ທ້າຍເດືອນພຶດສະພາ 2020 ແລະ ຈະສຳເລັດທ້າຍເດືອນພຶດສະພາ 2022. ແນວໃດກໍດີອາດຈະຕໍ່ສັນຍາ ຫລັງປະສົບບັນຫາການແພ່ລະບາດພະຍາດໂຄວິດ-19.

