ສາເຫດຄວາຍຕາຍເກື່ອນ 20 ກວ່າໂຕຢູ່ບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ເບື້ອງຕົ້ນຄາດວ່າຄວາຍອາດຕາຍຍ້ອນພະຍາດເຕົ້າໂຮມເລືອດ ບໍ່ແມ່ນສານເຄມີ

ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 30 ສິງຫາ 2022 ນີ້ວ່າ: ເຫດການຄວາຍຕາຍຄັ້ງນີ້ເກີດຂຶ້ນຕັ້ງແຕ່ວັນທີ 27 ສິງຫາ, ເບື້ອງຕົ້ນມີຄວາຍຂອງຄອບຄົວ ທ້າວເກີດ ຢູ່ບ້ານຫ້ວຍນໍ້າຍຸນ ຕາຍ 1 ໂຕ, ແຕ່ທາງຄອບຄົວບໍ່ໄດ້ລາຍງານການຈັດຕັ້ງ, ກົງກັນຂ້າມໄດ້ພາກັນຄົວຄວາຍທີ່ຕາຍເພື່ອແບ່ງປັນກັນໄປປຸງແຕ່ງເປັນອາຫານ, ຈາກນັ້ນ ມື້ຕໍ່ມາວັນທີ 28 ສິງຫາ ຈິ່ງລາຍງານການຈັດຕັ້ງທີ່ກ່ຽວຂ້ອງຍ້ອນວ່າມີຄວາຍອີກຫລາຍໂຕມີອາການບໍ່ດີເກີດຂຶ້ນ ເຮັດໃຫ້ນັບແຕ່ວັນທີ 27 ຫາ ວັນທີ 30 ສິງຫາ 2022 ນີ້ ຄວາຍຂອງຄອບຄົວ ທ້າວເກີດ ຕາຍໄປແລ້ວ 21 ໂຕ, ໃນຈໍານວນຄວາຍທີ່ມີທັງໝົດ 25 ໂຕ. ນອກຈາກນີ້ ຍັງມີຄວາຍຂອງຄອບຄົວ ທ້າວຕົ່ງ ຢູ່ບ້ານໜອງດົງ ຕາຍອີກ 2 ໂຕ, ໃນຈໍານວນຄວາຍທີ່ມີທັງໝົດ 13 ໂຕ.
ຕໍ່ສະພາບການທີ່ເກີດຂຶ້ນ, ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງວິຊາສັດຕະວະແພດຂອງເມືອງລົງສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໄປກວດກາຊອກຫາສາເຫດທີ່ເກີດຂຶ້ນ ແລະ ແນະນໍາໃນການທໍາລາຍສັດທີ່ຕາຍຕາມເຕັກ ນິກວິຊາການທີ່ຖືກຕ້ອງ, ຕາມການໃຫ້ຂໍ້ມູນເບື້ອງຕົ້ນຂອງວິຊາການຂອງເມືອງ ຄາດວ່າຄວາຍອາດຕາຍຍ້ອນພະຍາດເຕົ້າໂຮມເລືອດ ເນື່ອງຈາກມີອາການຄ້າຍຄືກັບພະຍາດດັ່ງກ່າວ. ຢ່າງໃດກໍຕາມ ປັດຈຸບັນໜ່ວຍງານທີ່ກ່ຽວຂ້ອງພວມຮີບຮ້ອນວິໄຈຫາສາເຫດການຕາຍຂອງຄວາຍດັ່ງກ່າວເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຊັດເຈນທີ່ສຸດ.
ທ່ານເຈົ້າເມືອງ ຍັງຢືນຢັນວ່າ: ຄວາຍຂອງປະຊາຊົນຢູ່ເມືອງປາກງື່ມທີ່ຕາຍໃນຄັ້ງນີ້ ແມ່ນບໍ່ໄດ້ຕາຍຍ້ອນກິນນໍ້າຢາ ຫລື ເຄມີຈາກໂຮງງານຂອງຕ່າງປະເທດທີ່ມາລົງທຶນຢູ່ພາຍໃນເມືອງປາກງື່ມ ແຕ່ຢ່າງໃດ ເພາະໄລຍະຜ່ານມາມີງົວ-ຄວາຍຂອງຫລາຍຄອບຄົວກໍໄປໃນຂົງເຂດດັ່ງກ່າວເຊັ່ນດຽວກັນ ແຕ່ກໍ່ບໍປາກົດການຫຍັງ ຫລື ມີງົວ-ຄວາຍຕາຍເກີດຂຶ້ນ.
ນອກຈາກນີ້ ໄລຍະຜ່ານມາຄວາຍຂອງຄອບຄົວທີ່ຕາຍໃນຄັ້ງນີ້ແມ່ນບໍ່ໄດ້ຮັບການສັກຢາປ້ອງກັນພະຍາດສັດມາກ່ອນ ທັ້ງນີ້ອາດເກີດຈາກຫລາຍສາເຫດ ເຊັ່ນ: ຄອບຄົວເຈົ້າຂອງສັດຢ້ານເສຍເງິນ, ຖືເບົາຕໍ່ການປ້ອງກັນພະຍາດສັດ ແລະ ງົວ-ຄວາຍຈັບບໍ່ໄດ້ຍ້ອນການລ້ຽງປະປ່ອຍໄປຕາມທໍາມະຊາດ.
ດັ່ງນັ້ນ, ຮຽກຮ້ອງມາຍັງປະຊາຊົນພາຍໃນເມືອງປາກງື່ມທີ່ມີສັດລ້ຽງ ໂດຍສະເພາະງົວ-ຄວາຍ ຢ່າຖືເບົາໃນການສັກຢາປ້ອງກັນພະຍາດສັດຂອງຕົນ ແລະ ຮູ້ນໍາໃຊ້ເຕັກນິກການລ້ຽງແບບໃໝ່ເຂົ້າມາຊ່ວຍ ເພາະໄລຍະຜ່ານມາອັດຕາການສັກຢາປ້ອງກັນພະຍາດສັດຢູ່ພາຍໃນເມືອງປາກງື່ມ ແມ່ນຍັງຕື່ມຢູ່, ພ້ອມນີ້ ທ່ານຍັງຮຽກຮ້ອງມາຍັງປະຊາຊົນໃນເຂດດັ່ງກ່າວບໍ່ໃຫ້ເຄື່ອນຍ້າຍສັດໃນກໍລະນີມີສັດເຈັບເປັນ ແລະ ຢ່າຄົວສັດທີ່ຕາຍເພື່ອໄປປຸງແຕ່ງເປັນອາຫານເພື່ອເປັນອັນຕະລາຍຕໍ່ສຸຂະພາບ ແລະ ມີຄວາມສ່ຽງສູງທີ່ຈະເຮັດໃຫ້ພະຍາດແຜ່ກະຈາຍຫາສັດໂຕອື່ນໆ ພາຍໃນເມືອງ.

