ປາຮິສແຊັງ-ແຊັກແມັງກຳນົດເງື່ອນໄຂແລກປ່ຽນເນມາກັບບາເຊໂລນາ

ເລີ ປາຣີຊຽງ ສື່ຂອງ ຝຣັ່ງລະບຸ ປາຣີສ ແຊັງ-ແຊັກ ແມັງ ຈະຍອມສົ່ງ ເນມາ ກັບ ມາໃຫ້ ບາເຊໂລນາ ຖ້າໄດ້ຄ່າ ໂຕ 100 ລ້ານເອີໂຣ ລວມເຖິງໄດ້ອຸສມານ ເດັມເບເລ ກັບ ເນວຊອນ ເຊເມໂດ ມາເປັນ ໂຕແຖມ ເຊິ່ງຈະເປັນຈຳນວນເງີນລວມໃນການຍ້າຍທີມຂອງເນມາ ຢູ່ທີ່ 250-300 ເອີໂຣ.

ປາຣີສ ແຊັງ-ແຊັກແມັງ ສະໂມສອນມະຫາເສດຖີ ແຫ່ງເວທີ ລີກ ເອີງ ຝຣັ່ງ ຈະຍອມຂາຍເນມາ ກອງໜ້າລະດັບໂລກໃຫ້ກັບ ບາເຊໂລ ນາ ຖ້າໄດ້ຄ່າໂຕທີ 100 ລ້ານ ເອີໂຣ ແລະໄດ້ ອຸສມານ ເດັມ ເບເລ ກັບ ເນວຊອນ ເຊເມໂດມາເປັນໂຕແຖມ ຕາມລາຍ ງານຂອງ ເລີປາຣີຊຽງ ສື່ ຂອງເມືອງນ້ຳຫອມຝຣັ່ງ.

ອານາຄົດຂອງ ເນມາ ຍັງເຕັມໄປດ້ວຍ ຄວາມບໍ່ແນ່ ນອນຕະຫຼອດຊ່ວງທີ່ຜ່ານມາ ໂດຍຕອນນີ້ທີມທີ່ມີຂ່າວວ່າ ໃຫ້ຄວາມສົນໃຈໃນໂຕເຂົາ ມີທັງບາເຊໂລນາ, ເຣອັລ ມາດ ຣິດ ແລະ ຢູເວນຕຸສ ແຕ່ ເຖິງປັດຈຸບັນ ກໍຍັງບໍ່ມີ ການ ຍ້າຍທີມເກີດຂຶ້ນ ທັງທີ່ຕະຫຼາດການຊື້-ຂາຍ ນັກເຕະ ຂອງ ລາລີກາ ຈະປິດລົງ ໃນ ວັນທີ 2 ກັນຍານີ້ແລ້ວ.

ທັງນີ້ ຖ້າເອົາຄ່າໂຕ ຕາມ ການປະເມີນຂອງສອງນັກເຕະເດັມເບເລ ກັບ ເຊເມໂດ ມາລວມກັບ 100 ລ້ານເອີໂຣ ແລ້ວຖ້າຫາກມີການຍ້າຍ ທີມຄັ້ງນີ້ຂອງ ເນມາ ກໍຈະຕົກຢູ່ທີ່ປະມານ 250-300 ລ້ານເອີໂຣ

ຢ່າງໃດກໍຕາມ ມັນກໍມີ ໂອກາດສູງທີ່ ບາເຊໂລນາ ຈະບໍ່ຍອມໃຫ້ຂໍ້ສະເໜີຕາມທີ່ ປາຣີສ ຕ້ອງການ ໂດຍເຊື່ອວ່າທາງດ້ານຂອງ ອາຊູກ ຣານາ ຈະຍື່ນຂໍ້ສະເໜີແບບ ຂໍຢືມໂຕ ເນມາ ເປັນເວລາ 1 ລະດູການ ພ້ອມຈະຍື່ນ ຊື້ຂາດທີ່ 170 ລ້ານເອີໂຣ ແລະ ເຕັມໃຈທີ່ຈະແຖມເດັມເບເລ ເທົ່ານັ້ນຂະນະທີ່ ເຊເມໂດ ທາງຍອດທີມແຫ່ງຖິ່ນ ຄຳນູຕ້ອງການເກັບເອົາໄວ້ໃຊ້ງານຕໍ່ .

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ