ລັດຖະມົນຕີຕ່າງປະເທດຈີນຊີ້ ການພົວພັນ ຈີນ-ອາຊຽນ ດີຂຶ້ນຕໍ່ເນື່ອງ

ລັດຖະມົນຕີກະຊວງຕ່າງປະເທດຈີນຊື່ນຊົມການຮ່ວມມື ຈີນ-ອາຊຽນ ດີຂຶ້ນຕໍ່ເນື່ອງ ຢືນຢັນຈີນຍິນດີເຮັດວຽກຮ່ວມກັບອາຊຽນຕໍ່ໄປບົນພື້ນຖານຄວາມເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນເພື່ອອະນາຄົດທີ່ມີຮ່ວມກັນ.

ວັນທີ 8 ມີນາ 2022, ສຳນັກຂ່າວຊິນຮົວສື່ຂອງລັດຖະບານຈີນລາຍງານວ່າ: ທ່ານ ຫວ່າງອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຈີນ ໄດ້ໂອ້ລົມກ່ຽວກັບການພົວພັນ ຈີນ-ອາຊຽນ ລະຫວ່າງການຖະແຫລງຂ່າວປະຈຳ “ປະຊຸມສອງສະພາ” ໄດ້ແກ່ ກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການແຫ່ງຊາດຊຸດທີ 13 ຂອງສະພາທີ່ປຶກສາທາງການເມືອງປະຊາຊົນຈີນ (CPPCC) ແລະ ກອງປະຊຸມຄັ້ງທີ 5 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ (NPC) ຊຸດທີ 13.

ທ່ານ ຫວ່າງອີ້ ກ່າວວ່າ: ເມື່ອ 30 ປີກ່ອນ, ຈີນ ແລະ ອາຊຽນ ໄດ້ສ້າງຕັ້ງການພົວພັນຄູ່ເຈລະຈາກ່ອນຈະພັດທະນາມາສູ່ການຮ່ວມມືລະດັບພາກພື້ນ ແລະ ຮ່ວມກັນຈັດຕັ້ງການເປັນຫຸ້ນສ່ວນທາງຍຸດທະສາດຮອບດ້ານໃນ 30 ປີຕໍ່ມາ ໂດຍຕະຫລອດໄລຍະຜ່ານມາ ຈີນ ແລະ ອາຊຽນ ມີທັງຈັງຫວະ ແລະ ໂອກາດ, ຂໍ້ດີທາງພູມສາດ ແລະ ຄວາມສາມັກຄີຂອງປະຊາຊົນ ຈົນເກີດເປັນການຮ່ວມມືທີ່ມີຜົນປະໂຫຍດລະຫວ່າງກັນ ແລະ ໄດ້ສ້າງຮູບແບບການຮ່ວມມືລະດັບພາກພື້ນທີ່ມີປະສິດທິພາບຫລາຍຂຶ້ນ.

ທ່ານ ຫວ່າງອີ້ ຊີ້ວ່າ: ການພົວພັນ ຈີນ-ອາຊຽນ ດີຂຶ້ນຢ່າງຕໍ່ເນື່ອງ ໂດຍຈີນຍິນດີເຮັດວຽກຮ່ວມກັບກຸ່ມປະເທດອາຊຽນໃນອະນາຄົດ ໂດຍຍັງຍຶດໝັ້ນໃນຄວາມຕັ້ງໃຈທຳອິດທີ່ຈະຮັກສາສະຖຽນລະພາບ ແລະ ຄວາມສະຫງົບສຸກ, ຍຶດໝັ້ນໃນພັນທະກິດການພັດທະນາຮ່ວມກັນ ແລະ ແນວທາງການຢູ່ຮ່ວມກັນບົນພື້ນຖານຂອງຄວາມເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສົ່ງເສີມການພົວພັນທະວີພາຄີໃຫ້ກ້າວໜ້າຢ່າງວ່ອງໄວເຊັ່ນ: ລົດໄຟຈີນ-ລາວ ແລະ ບໍ່ຢຸດຊຸກຍູ້ຜົນສຳເລັດໃນການສ້າງປະຊາຄົມ ຈີນ-ອາຊຽນ ທີ່ມີອະນາຄົດຮ່ວມກັນ.

ທ່ານ ຫວ່າງອີ້ ກ່າວວ່າ: ທັງສອງຝ່າຍຄວນສະໜັບສະໜູນວຽກປ້ອງກັນພະຍາດລະບາດລະຫວ່າງປະເທດຮ່ວມກັນ, ຮັດແໜ້ນການຮ່ວມມືໃນດ້ານຕ່າງໆເຊັ່ນ: ການຜະລິດວັກຊີນ ແລະ ການວິໄຈ-ພັດທະນາຢາ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນຈາກທົ່ວທຸກພາກພື້ນ.

ທັງສອງຝ່າຍຍັງຄວນເປັນຜູ້ນຳໃນການຮ່ວມມືລະດັບພາກພື້ນ, ສົ່ງເສີມຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ (RCEP) ໃຫ້ເປັນໄປຢ່າງມີປະສິດທິພາບ ແລະ ຄວບຄຸມ, ເລັ່ງການດຳເນີນງານເຂດການຄ້າເສລີຈີນ-ອາຊຽນ ຮູບແບບ 3.0 ໂດຍໄວທີ່ສຸດ, ຂະຫຍາຍການຮ່ວມມືໃນດ້ານໃໝ່ໆເຊັ່ນ: ເສດຖະກິດສີຟ້າ, ເສດຖະກິດສີຂຽວ ແລະ ເສດຖະກິດດິຈີຕອນ ຕະຫລອດຈົນຮ່ວມກັນຈັດຕັ້ງຊ່ອງທາງການຄ້າທາງບົກ-ທະເລລະຫວ່າງປະເທດແຫ່ງໃໝ່.

ທ່ານ ຫວ່າງອີ້ ກ່າວວ່າ: ຈີນຈະຍັງຍົກໃຫ້ອາຊຽນເປັນທິດທາງການທູດທີ່ສຳຄັນຂອງຈີນ, ຍຶດໝັ້ນປົກປ້ອງໂຄງສ້າງການຮ່ວມມືລະດັບພາກພື້ນທີ່ມີອາຊຽນເປັນສູນກາງ, ຮັກສາສະຖານະເຂດປອດອາວຸດນິວເຄຼຍໃນອາຊີຕາເວັນອອກສຽງໃຕ້, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ສະໜັບສະໜູນວິທີການຂອງອາຊຽນໃນການໄກ່ເກ່ຍບັນຫາທີ່ສຳຄັນໃນພາກພື້ນ, ຄຽງຄູ່ກັບຄັດຄ້ານການແບ່ງຝັກແບ່ງຝ່າຍ ຫລື ສ້າງຄວາມເປັນປໍລະປັກໃນກຸ່ມປະເທດອາຊຽນ.

ອ້າງອີງ:

https://www.xinhuathai.com/china/268272_20220308