ນະຄອນ ຫຼວງພະບາງ ສັກວັກຊິນໃຫ້ແກ່ກຸ່ມເປົ້າໝາຍ ອາຍຸ 6 ປີຂຶ້ນໄປ

ອາທິດຜ່ານມາທີ່ໂຮງຮຽນປະຖົມສົມບູນຫຼວງພະບາງ ນະຄອນ-ຫຼວງພະບາງ, ຫ້ອງການສາທາລະນະສຸກນະຄອນ, ຄະນະສະເພາະກິດແຂວງ ແລະ ຄະນະກຳມະການຮັກສາສຸຂະພາບນະຄອນໄດ້ເປີດວັນສັກຢາ ແຫ່ງຊາດ (ວສຊ) ແລະ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ແກ່ກຸ່ມເປົ້າໝາຍແຕ່ອາຍຸ 6 ປີຂຶ້ນໄປ ໂດຍທ່ານ ຫຸມພັນ ຈີຣະສັກ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ລາຍງານວ່າ: ທົ່ວແຂວງມີເດັກກຸ່ມເປົ້າໝາຍ ອາຍຸ 6-11 ປີ 60.000 ກວ່າຄົນ. ການເປີດຂະບວນການສັກວັກຊິນໄດ້ປະຕິ ບັດແບບຕະລຸມບອນໂດຍເປີດບໍລິການພາຍໃນນະຄອນ-ຫຼວງພະບາງແຕ່ວັນທີ 4-17 ມີນາ 2022. ສ່ວນບັນດາເມືອງຈະເລີ່ມເປີດຂະບວນການຕາມເງື່ອນໄຂ ແຕ່ຕ້ອງໃຫ້ສຳເລັດພາຍໃນວັນທີ 19 ມີນາ 2022.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດແຂວງດັ່ງກ່າວ ເປີດ ເຜີຍວ່າ: ເຖິງວ່າປັດຈຸບັນ, ການລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງຫຼຸດລົງ, ແຕ່ທຸກຄົນໃນສັງຄົມບໍ່ຄວນລະເຫຼີງ ຕ້ອງພ້ອມກັນເປັນເຈົ້າການປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ແລະ ຖືເອົາການດຳລົງຊີວິດໃນຮູບແບບວິຖີຊີວິດໃໝ່ຕໍ່ໄປ. ຂະນະດຽວກັນຕ້ອງພ້ອມກັນສັກວັກຊິນຕາມແຜນການທີ່ຄະນະ ສະເພາະກິດກຳນົດ ເພື່ອຍົກລະດັບພູມຄຸມກັນຂອງປະຊາກອນໃຫ້ສູງຂຶ້ນ.

ປັດຈຸບັນ, ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າໝາຍຢູ່ແຂວງຫຼວງພະບາງ ເຂັມທີ 1 ກວມຫຼາຍກວ່າ 68%, ເຂັມທີ 2 ກວມຫຼາຍກວ່າ 59% ແລະ ເຂັມກະຕຸ້ນ ກວມ 10%. ພາຍຫຼັງສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍ 6-11 ປີສໍາເລັດ, ຄະນະສະເພາະກິດແຕ່ລະຂັ້ນຈະສືບຕໍ່ເກັບກຳຂໍ້ມູນກຸ່ມເປົ້າໝາຍ 3-5 ປີ ເພື່ອວາງແຜນສັກວັກຊິນປ້ອງກັນພະຍາດໂຄວິດ-19 ຕື່ມເມື່ອລັດຖະບານອະນຸມັດ.