ຈະສູ້ຊົນເຮັດໃຫ້ເມືອງວັງວຽງ ຖືກຮັບຮອງເປັນເມືອງທ່ອງທ່ຽວສະອາດອາຊຽນ

ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ຖວທ ແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງວຽງຈັນ ຄັ້ງທີ 11 ສະໄໝທີ VI, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-30 ພະຈິກ 2023 ວ່າ: ພະແນກ ຖວທ ແຂວງ ຍັງໄດ້ສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ດ້ານການທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແລະ ເມືອງວັງວຽງ ທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ ໃຫ້ສຳເລັດໃນກາງປີ 2024. ພ້ອມນີ້, ຍັງໄດ້ປັບປຸງ ແລະ ຍົກລະດັບຄຸນະພາບການບໍລິການ ຂອງສະຖານທີ່ທ່ອງທ່ຽວ ໃຫ້ໄດ້ມາດຕະຖານອາຊຽນ ແລະ ໄດ້ຮັບລາງວັນສຳຄັນຕ່າງໆ ເຊັ່ນ: ຫ້ອງນໍ້າສະອາດອາຊຽນ 5 ແຫ່ງ, ໂຮງແຮມຂຽວ 2 ແຫ່ງ, ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 1 ແຫ່ງ, ເຮືອນພັກແຮມປະຊາຊົນ 1 ແຫ່ງ, ຈັດລະດັບມາດຕະຖານດາວ ໄດ້ 3 ຫົວໜ່ວຍຄື: ໂຮງແຮມລະດັບ 5 ດາວ 1 ແຫ່ງ, ລະດັບ 4 ດາວ 1 ແຫ່ງ, ລະດັບ 2 ດາວ 1 ແຫ່ງ. ນອກຈາກນີ້, ຍັງໄດ້ຊຸກຍູ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາມີສ່ວນຮ່ວມ ໃນການພັດທະນາແຫລ່ງທ່ອງທ່ຽວ ຊຶ່ງລວມມີ 42 ຫົວໜ່ວຍ ປັດຈຸບັນຢູ່ໃນໄລຍະສຶກສາສຳຫລວດຄວາມເປັນໄປໄດ້.
ພະແນກ ຖວທ ແຂວງ ຍັງສົມທົບກັບກະຊວງ ຖວທ ແລະ ຂະແໜງການທີ່ກ່ຽວຂ້ອງລົງສຳຫລວດປັກຫລັກໝາຍ ສະຖານທີ່ທ່ອງທ່ຽວຖໍ້າຜາຫລວງ, ຜາທໍ່ໜໍ່ຄຳ, ສຳຫລວດແຫລ່ງທ່ອງທ່ຽວຖໍ້າຜາກ້າ, ຜາງອຍ, ຕາດຊາວວາ, ສຳຫລວດ ແລະ ຂຽນປະຫວັດສິລະປະລາຍງ້າວ, ວັດພະທອງສາມສີ, ວັດປ່າວຽງຄຳໄຜ່ໜາມ ແລະ ບ່ອນອື່ນໆອີກຈຳນວນໜຶ່ງ. ປັດຈຸບັນ ທົ່ວແຂວງມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັສາດ ແລະ ວັດທະນະທຳ ທັງໝົດ 238 ແຫ່ງ, ເປີດບໍລິການແລ້ວ 63 ແຫ່ງ, ມີຫົວໜ່ວຍທຸລະກິດການທ່ອງທ່ຽວ ທີ່ອອກອະນຸຍາດ ແລະ ເປີດບໍລິການແລ້ວ 1.132 ຫົວໜ່ວຍ ໃນນີ, ຂັ້ນແຂວງອອກອະນຸຍາດມີ 338 ຫົວໜ່ວຍ ແລະ ຂັ້ນເມືອງອະນຸຍາດມີ 794 ຫົວໜ່ວຍ, ທຸລະກິດຮ້ານອາຫານ 467 ຫົວໜ່ວຍ, ຂັ້ນແຂວງອະນຸຍາດມີ 47 ຫົວໜ່ວຍ, ເມືອງອະນຸຍາດ 420 ຫົວໜ່ວຍ, ມີຮ້ານບັນເທີງທີ່ໄດ້ຮັບອະນຸຍາດ 9 ຫົວໜ່ວຍ, ມີບໍລິສັດທ່ອງທ່ຽວ 38 ບໍລິສັດ ແລະ ໜ່ວຍບໍລິການນຳທ່ຽວປະເພດຕ່າງໆ ເຊັ່ນ: ກົງເບັງ, ເຮືອຫາງຍາວ, ເຮືອກາຍັກ, ລົດນຳທ່ຽວ, ບອນລູນ, ຍົນພາລາມໍເຕີ ແລະ ສະລິງ 64 ຫົວໜ່ວຍ. ສະເພາະ 9 ເດືອນ 2023 ມີນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງວຽງຈັນ 664.839 ເທື່ອຄົນ ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 176.643 ຄົນ ເທົ່າກັບ 114% ຂອງແຜນການປີ.
ທ່ານ ຫົວໜ້າພະແນກ ຖວທ ແຂວງວຽງຈັນ ກ່າວຕື່ມວ່າ: ສຳລັບແຜນການໃນຕໍ່ໜ້າ ເພື່ອກະກຽມຄວາມພ້ອມ ເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ ແຂວງວຽງຈັນ ຈະໄດ້ສຸມໃສ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ຂອງທະນາຄານພັດທະນາອາຊີ ເພື່ອໃຫ້ສຳເລັດຕາມແຜນການ ແລະ ຈັດພິທີເປີດການນຳໃຊ້ໃນປີ 2024 ເພື່ອສະເຫລີມສະຫລອງປີທ່ອງທ່ຽວລາວ ຢູ່ແຂວງວຽງຈັນ ໃຫ້ມີບັນຍາກາດຄຶກຄື້ນ, ຕິດຕາມຊຸກຍູ້ປະເມີນຄຸນນະພາບ ແລະ ຈັດລະດັບກິດຈະການທ່ອງທ່ຽວຕາມມາດຕະຖານຕ່າງໆ ໂດຍສະເພາະ ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ ໃຫ້ໄດ້ຖືກຮັບຮອງຕາມມາດຕະຖານແຕ່ 2 ດາວຂຶ້ນໄປ, ສູ້ຊົນເຮັດໃຫ້ເມືອງວັງວຽງ ຖືກຮັບຮອງເປັນເມືອງທ່ອງທ່ຽວ ສະອາດອາຊຽນ, ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດ ຍົກລະດັບຄຸນນະພາບ ແລະ ການບໍລິການ ທີ່ໄດ້ມາດຕະຖານອາຊຽນ. ພ້ອມທັງປັບປຸງແຜນພັດທະນາການທ່ອງທ່ຽວ ເມືອງວັງວຽງ ແລະ ສ້າງແຜນພັດທະນາການທ່ອງທ່ຽວ ອ່າງນ້ຳງື່ມ 1, ຈັດຕັ້ງເຜີຍແຜ່ແຜນພັດທະນາ ການທ່ອງທ່ຽວ ຢູ່ເມືອງເຟືອງ ໃຫ້ໄດ້ຮັບການພັດທະນາຢ່າງເປັນລະບົບ.

