ນັກເຕະຊາວຢູເຄຣນ ຍົກເລີກສັນຍາກັບ ເຊນິດ ຫລັງບ້ານເກີດຖືກຣັສເຊຍໂຈຕີ

ຢາໂຣສະລາຟ ຣາຄິສສະກີ ກອງຫລັງຊາວຢູເຄຣນ ໄດ້ຍົກເລີກສັນຍາກັບ ເຊນິດ ເຊນ ປີເຕີສະເບີກ ຫລັງຈາກທີ່ຊາດບ້ານເກີດຂອງລາວຖືກຣັສເຊຍໂຈມຕີ.

ຢາໂຣສະລາຟ ຣາຄິດສະກີ ອະດີດກອງຫລັງທີມຊາດຢູເຄຣນ ໄດ້ຍົກເລີກສັນຍາກັບ ເຊນິດ ເຊນ ປີເຕີສະເບີກ ທີມດັງໃນ ຣັສເຊຍ ພຣີເມຍລີກ ພາຍຫລັງທີ່ຊາດບ້ານເກີດຂອງລາວຖືກ ວະລາດີເມຍ ປູຕິນ ປະທານາທິບໍດີຣັສເຊຍ ສັ່ງກອງກຳລັງທະຫານບຸກໂຈມຕີປະເທດບ້ານເກີດຂອງລາວຈົນມີຜູ້ຄົນເສຍຊີວິດຈຳນວນຫລາຍ.

ກ່ອນຫນ້ານີ້ ຢາໂຣສະລາຟ ຣາຄິດສະກີ ຖືກສະໂມສອນຕົ້ນສັງກັດຖອດຊື່ອອກຈາກທີມໃນເກມ ຢູຟາ ແຊ໊ມປຽນລີກ ຮອບເພລອອຟ ທີ່ພົບກັບ ເຣອັນ ມາດຣິດ ເບຕິສ ເມື່ອທ້າຍເດືອນຜ່ານມາ ຫລັງຈາກທີ່ນັກເຕະອາຍຸ 32 ປີຄົນນີ້ອອກມາສະແດງຈຸດຢືນຕໍ່ຕ້ານຣັສເຊຍທີ່ໂຈມຕີຢູເຄຣນຈະແຈ້ງ.

ຫລ້າສຸດ ຢາໂຣສະລາຟ ຣາຄິດສະກີ ໄດ້ຂໍຍົກເລີກສັນຍາກັບ ເຊນິດ ເຊນ ປີເຕີສະເບີກ ຢ່າງເປັນທາງການແລ້ວກ່ອນກຳນົດ 3 ເດືອນ ເຊິ່ງການຂໍຍົກເລີກສັນຍາຂອງນັກເຕະມີຜົນບັງຄັບໃຊ້ທັນທີ.