ຢໍໂຄວິດ ດີໃຈ, ຝ່າຍຈັດວິມເບິລດັນອະນຸຍາດນັກກິລາລົງແຂ່ງຂນໄດ້ໂດຍບໍ່ຕ້ອງສີດວັກຊີນໂຄວິດ-19

ໂນວັກ ຢໍໂຄວິດ ຍິ້ມອອກ ເມື່ອສາມາດລົງປ້ອງກັນແຊ໊ມ ວິມເບິລດັນ ໄດ້ຢ່າງບໍ່ມີບັນຫາ ຫລັງຝ່າຍຈັດການແຂ່ງຂັນອະນຸຍາດໃຫ້ນັກກິລາທີ່ບໍ່ໄດ້ສີດວັກຊີນໂຄວິດເຂົ້າຮ່ວມແຂ່ງຂັນເທັນນິສ.
ໂນວັກ ຢໍໂຄວິດ ຍອດນັກນັກເທັນນິສຊາວເຊີເບຍ ເມື່ອຈະສາມາດລົງປ້ອງກັນແຊ໊ມເທັນນິສ ວິມເບິລດັນ ໄດ້ຢ່າງບໍ່ມີບັນຫາ ຫລັງຝ່າຍຈັດການແຂ່ງຂັນຢືນຢັນແລ້ວວ່າ ພ້ອມເປີດໄຟຂຽວໃຫ້ນັກກິລາທີ່ຍັງບໍ່ໄດ້ຮັບການສີດວັກຊີນປ້ອງກັນ ໂຄວິດ-19 ລົງຊີງໄຊທີ່ ອອລ ອິງແລນ ຄລັບ.
ກ່ອນຫນ້ານີ້ ຢໍໂຄວິດ ຕ້ອງຫມົດໂອກາດລົງປ້ອງກັນແຊ໊ມ ອອສເຕຣລຽນ ໂອເພັນ ເມື່ອເດືອນມັງກອນທີ່ຜ່ານມາ ຫລັງຖືກທາງການອອສເຕຣເລຍ ຫ້າມບໍ່ໃຫ້ລົງແຂ່ງຂັນທີ່ເມລເບີນ ເນື່ອງຈາກບໍໍ່ໄດ້ຮັບວັກຊີນ.
ນອກຈາກນີ້ ນັກເທັນນິສ ອາຍຸ 34 ປີ ຍັງບໍ່ໄດ້ລົງສະແດງສີມືໃນເທັນນິສລາຍການໃຫຍ່ ທັງອິນດຽນ ເວລສ ແລະ ໄມອາມີ ນຳອີກ ເນື່ອງຈາກບໍ່ສາມາດເດີນທາງເຂົ້າສະຫະລັດໄດ້ ເພາະຍັງບໍ່ໄດ້ຮັບການສີດວັກຊີນນັ້ນເອງ.
ແຕ່ສຳລັບເທັນນິສ ວິມເບິລດັນ 2022 ທີ່ຈະຊີງໄຊກັນລະຫວ່າງວັນທີ 27 ມິຖຸນາ – 10 ກໍລະກົດນີ້ ຢໍໂຄວິດ ຈະສາມາດລົງແຂ່ງຂັນໄດ້ບໍ່ມີບັນຫາ ຫລັງຝ່າຍຈັດການແຂ່ງຂັນຢ່າງ ອອລ ອິງແລນ ລໍ ເທັນນິສ ຄລັບ ຢືນຢັນແລ້ວວ່າ ພ້ອມຈະອະນຸຍາດໃຫ້ນັກກິລາທີ່ຍັງບໍ່ໄດ້ຮັບການສີດວັກຊີນເຂົ້າຮ່ວມແຂ່ງຂັນດັ່ງກ່າວ.
