ອາຊຽນກັງວົນສະຖານະການ ຢູ່ແຫລມເກົາຫລີ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນສະແດງຄວາມກັງວົນຕໍ່ສະຖານະການຢູ່ແຫລມເກົາຫລີ ແລະ ຮຽກຮ້ອງໃຫ້ລັດຖະບານພຽງຢາງປະຕິບັດຕາມມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 6 ສິງຫານີ້ວ່າ: ກອງປະຊຸມລັດຖະມົນຕີຕ່າງປະເທດສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ອອກຖະແຫລງການຮ່ວມກັນໃນວັນທີ 5 ສິງຫາ ຮຽກຮ້ອງໃຫ້ ສປປ ເກົາຫລີ ເຊິ່ງເປັນໜຶ່ງສະມາຊິກຄູ່ເຈລະຈາດ້ານຄວາມໝັ້ນຄົງລະດັບພາກພື້ນຂອງອາຊຽນ ຍຶດໝັ້ນ ແລະ ປະຕິບັດຕາມວິໄສທັດຂອງກອງປະຊຸມອາຊຽນວ່າດ້ວຍການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ (ARF) ໃນການຮັກສາສະຖຽນລະພາບດ້ານຄວາມໝັ້ນຄົງ ແລະ ສັນຕິພາບໃນພາກພື້ນອາຊີ ແລະ ປາຊີຟິກ. ນອກຈາກນີ້ ສະມາຊິກອາຊຽນທັງ 10 ປະເທດຍັງຮຽກຮ້ອງໃຫ້ລັດຖະບານພຽງຢາງປະຕິບັດຕາມມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ນຳ.
ເຖິງຢ່າງໃດກໍຕາມ, ທ່ານ ອາລັນ ປີເຕີ ຄາເຍຕາໂນ ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ໃນຖານະປະທານອາຊຽນປະຈຳປີນີ້ ກ່າວວ່າ: ອາຊຽນຈະບໍ່ລະງັບສະຖານະ ຫລື ຂັບໄລ່ ສປປ ເກົາຫລີ ອອກຈາກກອງປະຊຸມ ARF) ຕາມການຮຽກຮ້ອງຂອງອາເມລິກາ ເນື່ອງຈາກເຊື່ອວ່າກອງປະຊຸມດ້ານຄວາມໝັ້ນຄົງລະດັບພາກພື້ນເປັນໂອກາດດີທີ່ປະເທດຄູ່ກໍລະນີ ແລະ ຜູ້ກ່ຽວຂ້ອງທັງໝົດຈະໄດ້ມີໂອກາດຫາລືກັນ.

