ໂຮງງານຜະລິດກະໂພກລະເບີດຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 8 ຄົນ ບາດເຈັບ 80 ຄົນ

ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ໄດ້ຮັບບາດເຈັບອີກ 80 ກວ່າຄົນ ຈາກເຫດການໂຮງງານຜະລິດກະໂພກລະເບີດຢູ່ທາງຕອນກາງຂອງອິນເດຍ.

ວັນທີ 6 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດລະເບີດຢູ່ໂຮງງານຜະລິດກະໂພກແຫ່ງໜຶ່ງ ຕັ້ງຢູ່ເຂດຮາດາ ໃນລັດມັດທະປະເທດ ທາງຕອນກາງຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 80 ກວ່າຄົນ.

ທັງນີ້, ມີຄວາມກັງວົນວ່າຈໍານວນຜູ້ເສຍຊີວິດອາດເພີ່ມຂຶ້ນອີກ ເນື່ອງຈາກຜູ້ໄດ້ຮັບບາດເຈັບຫລາຍຄົນມີອາການສາຫັດ ແລະ ເຈົ້າໜ້າທີ່ກູ້ໄພຍັງຄົ້ນຫາຜູ້ສູນຫາຍ ໂດຍໂຮງງານແຫ່ງນີ້ມີກໍາມະກອນປະຕິບັດໜ້າທີ່ປະມານ 200-300 ຄົນ, ແຕ່ຍັງບໍ່ແນ່ນອນວ່າມີກໍາມະກອນເຮັດວຽກຢູ່ຈັກຄົນໃນໄລຍະເວລາເກີດເຫດ.

ທ່ານ ໂມຮັນ ຢາດາບ ເຈົ້າຄອງລັດມັດທະປະເທດ ມີຄໍາສັ່ງສຸກເສີນໃຫ້ປະສານງານຫາໂຮງໝໍຂະໜາດໃຫຍ່ທຸກແຫ່ງ ເພື່ອລະດົມແພດຜິວໜັງຝີມືດີທີ່ສຸດໃຫ້ຮ່ວມປິ່ນປົວຜູ້ໄດ້ຮັບບາດເຈັບ. ຂະນະທີ່ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນໍາອິນເດຍ ກ່າວວ່າ: ສູນກາງກຽມຈັດສັນເງິນຊ່ວຍເຫລືອສໍາລັບຜູ້ເສຍຊີວິດຄົນລະ 2.400 ໂດລາສະຫະລັດ ແລະ 600 ໂດລາສະຫະລັດ ສໍາລັບຜູ້ໄດ້ຮັບບາດເຈັບ.