ປາກຽວ ຊວນ ຟລອຍ ມາຂຶ້ນເວທີລ້າງຕາ

ແນນນີ ປາກຽວ ນັກມວຍໄວ 39 ປີ ຊາວຟີລິບປິນ ເຈົ້າຂອງແຊ໊ມໂລກຮຸ່ນເວລເທີເວທຂອງສະມາຄົມມວຍໂລກ (WBA) ຮຽກຮ້ອໃຫ້ ຟລອຍ ເມເວທເທີ ຈູເນຍ ອະດີດນັກມວຍເຈົ້າຂອງສະຖິຕິບໍ່ເຄີຍເສຍຊາວອາເມລິກາ ທີ່ລ້າງມືຈາກອາຊີບມວຍແລ້ວ ກັບມາຂຶ້ນເວທີໃຫ້ຕົນໄດ້ລ້າງຕາອີກຄັ້ງ. ຕາມລາຍງານຈາກ ESPN.
ປາກຽວ ຫາກໍໄດ້ສາຍແອວແຊ໊ມດ້ວຍການຊະນະນ໊ອກ ລູຄັສ ມາທທິສເຊ ຊາວອາຣເຈນຕິນາ ຍົກທີ 7 ໃນການຊົກທີ່ອາເຊຍຕາ ອາຣີນ່າ ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໃນທ້າຍອາທິດຜ່ານມາ ເພີ່ມສະຖິຕິການຊົກເປັນຊະນະ 60 ເສຍ 7 ສະເໝີ 2 ແລະ ຊະນະນ໊ອກເອົ້າເປັນເທື່ອທຳອິດນັບແຕ່ປີ 2009 ຈຶ່ງເຮັດໃຫ້ ປາກຽວ ຟ້າວຊວນ ເມເວທເທີ ຂຶ້ນເວທີອີກຫລັງຈາກ ປາກຽວ ເຄີຍເສຍໃນປີ 2015.

