ແມນຢູ ມີໂອກາດຫລາຍໄດ້ລາຍເຊັນ ເຄນ, ຫລັງແມນຊິຕີເຊົາສົນໃຈ

‘‘ ບິລ ’’ ສື່ຊັ້ນນຳໃນເຢຍລະມັນລາຍງານວ່າ ເປບ ກວາດີໂອລາ ຜູ້ຈັດການທີມ ແມນເຊສເຕີ ຊິຕີ ເຊົາສົນໃຈຢາກໄດ້ ແຮຣີ ເຄນ ມາຮ່ວມທີມ ເພາະປ່ຽນເປົ້າຫມາຍໄປທີ່ ເອີຣິງ ຮາແລນ ຄົນດຽວເທົ່ານັ້ນ ດ້ວຍເຫດນີ້ເຮັດໃຫ້ ແມນເຊສເຕີ ຢູໄນເຕັດ ກາຍເປັນທີມທີ່ມີໂອກາດທີ່ຈະຄວ້າດາວຍິງຄົນເກ່ັງຂອງ ສະເປີ ມາເສີມທີມລະດູການນີ້.

ແມນເຊສເຕີ ຢູໄນເຕັດ ກາຍເປັນທີມຫນຶ່ງດຽວທີ່ຈະເຊັນສັນຍາກັບ ແຮຣີ ເຄນ ກອງຫນ້າທີມຊາດອັງກິດ ໃນໄລຍະລະດູການນີ້ ຫລັງ ແມນເຊສເຕີ ຊິຕີ ມຸ່ງເປົ້າຫມາຍຢາກໄດ້ ເອີຣິງ ຮາແລນ ດາວຍິງຊາວນໍເວ ຫລາຍກວ່າ.

ຮາແລນ ກຽມທີ່ຈະອຳລາ ໂບຣຸສເຊຍ ດອດມຸນ ຫລັງຈົບລະດູການນີ້ ເຮັດໃຫ້ມີຫລາຍສະໂມສອນໃຫຍ່ສົນໃຈຄວ້າຕົວລາວໄປຮ່ວມທີມ ໂດຍ ແມນຊິຕີ ເປັນຫນຶ່ງໃນທີມທີ່ຕ້ອງການນັກເຕະໄປເສີມທີມຢ່າງຫລາຍ.

ສື່ດັ່ງກ່າວ ລາຍງານວ່າ ເປບ ກວາດີໂອລາ ຜູ້ຈັດການທີມຊາວສະເປນເລີກສົນໃຈ ເຄນ ແລ້ວ ຫລັງຈາກທີ່ເຄີຍຍື່ນຂໍ້ສະເຫນີເຖິງ 4 ຄັ້ງໃຫ້ກັບ ທັອດແນມ ຮັອດສະເປີ ແຕ່ຖືກປະຕິເສດເມື່ອປີຜ່ານມາ.

ສຳລັບຕອນນີ້ ເປບ ສົນໃຈຢາກໄດ້ ຮາແລນ ເຊິ່ງມີຄ່າຈີກສັນຍາທີ່ 64 ລ້ານປອນເທົ່ານັ້ນ ແລະ ແມນຊິຕີ ຈະມີໂອກາດທີ່ຈະເອົາຊະນະ ເຣອັນ ມາດຣິດ, ບາເຊໂລນາ ແລະ ປາຣີສ ແຊັງ ແຊັກແມັງ ໃນການດຶງນັກເຕະຄົນນີ້ມາຮ່ວມທີມ.

ດ້ວຍເຫດນີ້ເຮັດໃຫ້ ແມນເຊສເຕີ ຢູໄນເຕັດ ກາຍເປັນທີມທຳອິດທີ່ຈະໄດ້ຫົວຫນ້າທີມຊາດອັງກິດໄປຮ່ວມທີມທັນທີ ໂດຍແມນຢູຕ້ອງການດາວຍິງຄົນໃຫມ່ຢູ່ແລ້ວ ເນື່ອງຈາກມີຄວາມເປັນໄປໄດ້ທີ່ ຄຣິສຕຽນໂນ ໂຣນັລໂດ ຈະຕັດສິນໃຈອຳລາຖິ່ນ ໂອນ ແທຣບຟອດ ຂະນະທີ່ ເອດີສັນ ຄາວານີ ຕ້ອງການແຍກທາງກັບທີມຫລັງຫມົດສັນຍາໃນລະດູການນີ້.

ຂະນະດຽວກັນ ເຄນ ກໍມີໂອກາດຍ້າຍມາໃສ່ເຄື່ອງແບບແມນຢູ ຫາກພວກເຂົາໄດ້ ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມອາເຈນຕີນາ ມາເຮັດຫນ້າທີ່ຄຸມທີມ ຫລັງລະດູການຜ່ານມາມີລາຍການຢ່າງຕໍ່ເນື່ອງວ່າ ໂປເຊັດຕີໂນ ພ້ອມອຳລາ ເປແອສເຊ ເພື່ອຫວນກັບມາເຮັດຫນ້າທີ່ໃນພຣີເມຍລີກອີກຄັ້ງຫນຶ່ງ.