ແມນຢູ ພ້ອມຈ່າຍຄ່າຈີກສັນຍາ ດຶງ ອັລເດີໄວເຣລ ຮ່ວມທັບ

ກະແສຂ່າວການເສີມທັບຂອງ ແມນເຊັສເຕີ ຢູໄນເຕັດ ຍັງອອກມາຕໍ່ເນື່ອງ ໂດຍຫລ້າສຸດ ເດິ ຊັນ ສື່ຂອງອັງກິດ ເປີດເຜີຍວ່າ: ແມນເຊັສເຕີ ຢູໄນເຕັດ ພ້ອມຍື່ນເງິນເທົ່າຄ່າຈີກສັນຍາຂອງ ໂທບີ້ ອັລເດີໄວເຣລ ແຕ່ພວກເຂົາຍັງບໍ່ໄດ້ຕິດຕໍ່ໄປຫາ ສະເປີ ພຽງແຕ່ຄັ້ງດຽວ.
ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ພ້ອມຈະຍື່ນຂໍ້ສະເໜີຂໍຊື້ ໂທບີ້ ອັລເດີໄວເຣລ ກອງຫລັງ ທ໊ອດແນ່ມ ຮ໊ອດສະເປີ ດ້ວຍເງິນ 25 ລ້ານປອນ ເຊິ່ງເທົ່າກັບຄ່າຈີກສັນຍາຂອງລາວ.
ອັລເດີໄວເຣລ ເຄີຍຕົກເປັນຈຸດສົນໃຈຂອງ ແມນເຊັສເຕີ ຢູໄນເຕັດ ນັບແຕ່ຍຸກທີ່ມີ ໂຊເຊ ມູຣິນໂຢ ເປັນຜູ້ຈັດການທີມແລ້ວ ເຊິ່ງ ສະເປີ ກໍໃຊ້ອັອບຊັນຂະຫຍາຍສັນຍາຂອງລາວ 12 ເດືອນ ໃນເດືອນມັງກອນຜ່ານມາ ເພື່ອຫວັງຈະມີເວລາເຈລະຈາເລື່ອງຕໍ່ສັນຍາຫລາຍຂຶ້ນ ຫລັງຂໍ້ຕົກລົງສະບັບເກົ່າຈະໝົດລົງໃນຊ່ວງໜ້າຮ້ອນນີ້.
ເຖິງຢ່າງໃດກໍຕາມ ການໃຊ້ອັອບຊັນດັ່ງກ່າວເຮັດໃຫ້ເງື່ອນໄຂໜຶ່ງ ຄືເລື່ອງ ອັລເດີໄວເຣລ ຈະມີຄ່າຈີກສັນຍາສຸດຖືກພຽງແຕ່ 25 ລ້ານປອນເທົ່ານັ້ນ ແລະ ຈົນຮອດຕອນນີ້ ສະເປີ ຍັງບໍ່ສາມາດເກ້ຍກ່ອມໃຫ້ດາວເຕະຊາວເບລຢ້ຽມຂະຫຍາຍສັນຍາໄລຍະຍາວໄດ້.
ຫລ້າສຸດ ເດິ ຊັນ ບອກວ່າ: ແມນເຊັສເຕີ ຢູໄນເຕັດ ພ້ອມຈະສວຍໂອກາດນີ້ຍື່ນຂໍ້ສະເໜີຂໍຊື້ ອັລເດີໄວເຣລ ມາຮ່ວມທີມ ແຕ່ຈົນເຖິງຕອນນີ້ພວກເຂົາຍັງບໍ່ເຄີຍຕິດຕໍ່ໄປຫາ ສະເປີ ແບບເປັນທາງການພຽງແຕ່ຄັ້ງດຽວ.

