ກອງປະຊຸມສະຫຼຸບວຽກງານໂຄສະນາ-ຂ່າວສານການເງິນ ແລະ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ຜ່ານສື່ມວນຊົນ

ວັນທີ 22 ກຸມພາ 2022 ຜ່ານມານີ້, ໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາ-ຂ່າວສານການເງິນ ແລະ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຜ່ານສື່ມວນຊົນຕ່າງໆຢູ່ສູນກາງ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຫົວໜ້າຫ້ອງການກະຊວງການເງິນ, ທ່ານ ຮອງຫົວໜ້າຫ້ອງການກະຊວງ, ຜູ້ຊີ້ນຳວຽກງານພະແນກ ໂຄສະນາ-ຂ່າວສານການເງິນ, ບັນດາຫົວໜ້າກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງການເງິນ, ຕາງໜ້າຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫົວໜ້າບັນນາທິການ, ຕາງໜ້າສື່ມວນຊົນຈາກສໍານັກໜັງສືພິມ, ໂທລະພາບ, ວິທະຍຸ, ວາລະສານ ແລະ ພາກສ່ວນຕ່າງໆທີ່ ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສົມຈິດ ຄໍາມຸງຄຸນ ຮອງຫົວໜ້າຫ້ອງການກະຊວງ, ຜູ້ຊີ້ນຳວຽກງານພະແນກໂຄສະ ນາ-ຂ່າວສານການເງິນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຜ່ານສື່ມວນຊົນ, ໂດຍສະເພາະຄຳສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ໄດ້ກຳນົດໄວ້ໃນຂໍ້ທີ 18 ບັນ ດາກະຊວງ, ອົງການຈັດຕັ້ງລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນປະສານສົມທົບກັບອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການພຸດທະສາສະໜາສຳພັນລາວ, ສື່ມວນຊົນທຸກຂັ້ນມີໜ້າທີ່ຊ່ວຍຊຸກຍູ້, ໂຄສະນາເຜີຍແຜ່, ປະຊາສຳພັນໃຫ້ທຸກພາກສ່ວນທົ່ວສັງຄົມໃນການເຂົ້າຮ່ວມ ແລະ ຕິດຕາມ, ກວດກາເຖິງຜົນ ສຳເລັດ ແລະ ບັນດາຊ່ອງວ່າງການຈັດຕັ້ງປະຕິບັດໜ້າທີ່ຂອງພັກ-ລັດທີ່ບໍ່ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ.

ກອງປະຊຸມໃນຄັ້ງນີ້, ເປັນການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນກັບບັນດາຂະແໜງການທີ່ກ່ຽວຂ້ອງໂດຍສະເພາະແມ່ນສື່ມວນຊົນຕ່າງໆ, ເພື່ອພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບກົນໄກ ແລະ ວິທີການໂຄ ສະນາເຜີຍແຜ່ການເຄື່ອນໄຫວວຽກງານ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງຂະແໜງການຜ່ານສື່ມວນຊົນໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະເຂົ້າເຖິງຂໍ້ມູນຂ່າວສານໃນການປະກອບສ່ວນປະຕິບັດພັນທະຂອງຕົນຕໍ່ກັບພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນເງື່ອນໄຂໃໝ່ ຕາມສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ.

ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານໂຄສະນາ ແລະ ຂ່າວສານກັບບັນດາສື່ຕ່າງໆທີ່ມີບົດຮຽນ ແລະ ປະສົບການເພື່ອຊ່ວຍປັບປຸງວຽກງານດັ່ງກ່າວຂອງຂະແໜງການເງິນໃຫ້ມີຄຸນນະ ພາບ,ເປັນກະບອກສຽງອັນແຫຼມຄົມໃຫ້ຄະນະພັກ-ຄະນະນໍາກະຊວງການເງິນ,ສາມາດຜະລິດບົດຜະລິດຂ່າວອອກສູ່ສັງຄົມໄດ້ຢ່າງວ່ອງໄວ ແລະ ຊັດເຈນບົນພື້ນຖານຈັນຍາບັນຂອງສື່ມວນຊົນຕ່າງໆ.

ພະແນກໂຄສະນາ ແລະ ຂ່າວສານການເງິນ, ຊຶ່ງເປັນພະແນກການໜຶ່ງທີ່ມີສາຍຕັ້ງຂຶ້ນກັບຫ້ອງການກະຊວງການເງິນ, ເຄື່ອນໄຫວວຽກງານຕາມພາລະບົດບາດຂອບເຂດສິດ ແລະ ໜ້າທີ່ຂອງຕົນຄື: ຄົ້ນຄ້ວາກຳແໜ້ນ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານການເຄື່ອນໄຫວ, ບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ນິຕິກຳອື່ນໆທີ່ຕິດພັນກັບຂະແໜງການເງິນ ໂດຍຜ່ານສື່ມວນຊົນຂອງກະຊວງການເງິນ ແລະ ຜ່ານສື່ມວນຊົນອື່ນທີ່ກ່ຽວຂ້ອງ, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍເພື່ອສົ່ງເສີມວຽກງານໂຄສະນາ ແລະ ຂ່າວສານການເງິນ ຕາມພາລະບົດບາດຂອງຕົນ, ລວມສູນສ້າງແຜນພັດທະນາວຽກງານໂຄສະນາ ແລະ ຂ່າວສານການເງິນ ເພື່ອຂະຫຍາຍຕາໜ່າງຂ່າວຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຂະແໜງການເງິນໃຫ້ກ້ວາງຂວາງທົ່ວເຖີງ ແລະ ທັນສະໄໝ.

ໃນໄລຍະຜ່ານມາພະແນກໂຄສະນາ ແລະ ຂ່າວສານການເງິນ, ສາມາດຜະລິດຂ່າວອອກສື່ຂອງຂະແໜງ ການເງິນຜ່ານຜະລິດໜັງສືພີມການເງິນ ລາຍສັບປະດາ 729 ສະບັບ, ອັບຂ່າວລົງເວັບໄຊ໌ 1.650 ຄັ້ງ, ມີຜູ້ເຂົ້າຊົມ 960.957 ເທື່ອຄົນ, ເພ໌ຈ-ເຟດສບຸກກະຊວງການເງິນ 53.979 ຄົນ, ຊ່ອງຢູທູບຂ່າວສານການເງິນ 442 ວິດີໂອ ແລະ ມີຜູ້ຕິດຕາມຫຼາຍກວ່າ 731 ເທື່ອຄົນ.

ໂອກາດດັ່ງກ່າວ,ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນທິດຊີ້ນໍາຕໍ່ວຽກງານໂຄສະນາ-ຂ່າວສານການເງິນ, ເພື່ອເປັນກະບອກສຽງໂຄສະນາເຜີຍແຜ່ບັນດາແນວທາງ-ມະຕິຄຳສັ່ງ ແລະ ລະບຽບການຂໍ້ມູນຂ່າວສານຕ່າງໆຂອງຂະແໜງການເງິນ, ອອກສູ່ສັງຄົມກໍ່ຄືກັບໃນການປະຕິບັດໜ້າທີ່ວຽກງານເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານການເງິນໃນປີ 2022 ສາມາດບັນລຸໄດ້ຕາມເປົ້າໝາຍ, ເຮັດໃຫ້ວຽກງານການໂຄສະນາໃນວຽກງານຂົງເຂດການເງິນມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງ, ມີຄວາມຕັດສິນໃຈຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງອັນຮີບດ່ວນໃນສະເພາະໜ້າ ແລະ ຍາວນານແມ່ນຕ້ອງມີການປັບປຸງຫຼາຍຂອດເປັນຕົ້ນ: ຂອດຂອງການຈັດຕັ້ງປະຕິບັດວຽກງານຕ້ອງໄດ້ມີການປັບປຸງຍົກລະດັບໃຫ້ມີຕາໜ່າງຂ່າວແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນທັງໃຫ້ມີຜູ້ຮັບຜິດຊອບ, ມີແຜນໃນການເຄື່ອນໄຫວລະອຽດ ໂຄສະນາວຽກງານຕາມແຕ່ລະໄລຍະ, ໃຫ້ມີການປະສານສົມທົບກັບບັນດາກົມຕ່າງໆໃຫ້ວຽກງານມີຄວາມຄ່ອງຕົວຫຼາຍຂຶ້ນ, ຕ້ອງມີການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງໃຫ້ບັນດາກົມທີ່ກ່ຽວຂ້ອງກະກຽມດ້ານເນື້ອໃນການອອກຂ່າວ, ເພື່ອຄວາມຖືກຕ້ອງຕາມວຽກງານຕົວຈິງຫຼີກລ່ຽງການນໍາສະເໜີຂ່າວທີ່ບໍ່ຖືກຕ້ອງຕາມຄວາມຈິງ,ຂໍຄວາມຮ່ວມມືຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ບັນດາສື່ຕ່າງໆເພາະເປັນສິດ ແລະ ພັນທະຂອງທຸກພາກສ່ວນທີ່ຈະເຂົ້າຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ, ສ້າງກົນໄກການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ສ້າງແຜນໃນການຝຶກອົບຮົມປະສານສົມທົບກັບ ແລກປ່ຽນຄວາມຮູ້ກັບສື່ທີ່ມີປະສົບການໃນການຝຶກອົບຮົມການຂຽນຂ່າວ.

ພ້ອມນັ້ນ, ກະຊວງການເງິນຍິນດີ ແລະ ພ້ອມທີ່ຈະປະຕິບັດຕາມເງື່ອນໄຂ ແລະ ໃຫ້ການສະໜອງຂໍ້ມູນຂ່າວ ສານສະເໜີໃຫ້ປະຕິບັດງານຮ່ວມກັນທັງເນັ້ນໃຫ້ບັນດາສື່ນໍາສະເໜີໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈໃນມາດຕະການປະ ຍັດແຫ່ງຊາດເປັນຕົ້ນ: ການຄຸ້ມຄອງລາຍຮັບຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຮຽກຮ້ອງໃຫ້ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຮັດໃຫ້ວຽກງານໂຄສະນາວຽກງານຂະແໜງການເງິນ ໃຫ້ໄປສູ່ຄຸນນະພາບໃໝ່ ແລະ ມີຜົນສໍາເລັດພ້ອມກັນຕ້ານປະກົດການຫຍໍ້ທໍ້, ການໃສ່ຮ້າຍປ້າຍສີວຽກງານຂອງພັກ-ລັດ ທີ່ບໍ່ມີຄວາມຖືກຕ້ອງຕາມຄວາມຈິງພ້ອມກັນແກ້ໄຂຢ່າງມີຄຸນນະພາບ ແລະ ທັນເຫດການ.