ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ສິງກະໂປ

ຕາມການເຊື້ອເຊີນຂອງ ສະຖາບັນຄົ້ນຄວ້າ ກ່ຽວກັບອາຊີຕາເວັນອອກສຽງໃຕ້-ຢູຊອບ ອີຊັກ (ISEAS-Yusof Ishak Institute) ປະເທດສິງກະໂປ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມປະເທດສິງກະໂປ ໃນລະຫວ່າງວັນທີ 6-8 ທັນວາ 2023.

ໃນວັນທີ 7 ທັນວາ 2023 ທ່ານຮອງນາຍົກລັດຖະມົນຕີ ໄດ້ຂຶ້ນບັນຍາຍໃນຫົວຂໍ້: ອາຊຽນ ຄັ້ງທີ 24 (24th ASEAN Lecture): ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍທ່ານໄດ້ອະທິບາຍກ່ຽວກັບເຫດຜົນ ໃນການເລືອກເອົາຄໍາຂວັນດັ່ງກ່າວ ກໍຄື ຄວາມສໍາຄັນຂອງການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເພື່ອຮັບປະກັນໃຫ້ແກ່ຄວາມພະຍາຍາມລວມຂອງອາຊຽນ ໃນການຮັດແໜ້ນປະຊາຄົມອາຊຽນໃນຕໍ່ໜ້າ ແລະ ເພື່ອໃຫ້ສາມາດນໍາໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ໃນອະນາຄົດ ໄດ້ຢ່າງມີປະສິດທິຜົນ. ພ້ອມກັນນີ້, ຍັງໄດ້ແຈ້ງໂດຍລວມ ກ່ຽວກັບແນວຄວາມຄິດກ່ຽວຂ້ອງກັບບູລິມະສິດ ສໍາລັບການເປັນປະທານອາຊຽນ ທີ່ ສປປ ລາວ ຈະສຸມໃສ່ໃນປີ 2024 ໂດຍສະເພາະ ແມ່ນໃນຂົງເຂດການເພີ່ມທະວີການເຊື່ອມຈອດ ແລະ ການສົ່ງເສີມຄວາມເຂັ້ມແຂງອາຊຽນ.

ໃນໂອກາດຢ້ຽມຢາມປະເທດສິງກະໂປ ຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ເຊິ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນດ້ວຍໄມຕີຈິດມິດຕະພາບ ແລະ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເປັນຢ່າງດີ; ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໂດຍສະເພາະ ການຮ່ວມມືດ້ານພະລັງງານ ແລະ ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ສິງກະໂປ ເພື່ອເຮັດໃຫ້ ການຈັດປີທ່ອງທ່ຽວລາວ 2024 ມີບັນຍາກາດຄຶກຄື້ນ ແລະ ສໍາເລັດຜົນຕາມຄາດໝາຍ.

ຝ່າຍລາວ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ, ອັນໄດ້ເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະ ການພັດທະນາຊັບພະຍາ ກອນມະນຸດ, ລວມທັງການສະໜັບສະໜູນບັນດາຂົງເຂດບູລິມະສິດຂອງ ສປປ ລາວ ສໍາລັບການເປັນປະທານອາຊຽນ 2024, ພ້ອມທັງການສະໜັບສະໜູນການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງລະຫວ່າງກັນ ອັນຈະເປັນຂີດໝາຍອັນສໍາຄັນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ທີ່ຈະມາເຖິງນີ້.

ນອກນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະກັບ ທ່ານ Heng Swee Keat ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຮັບຜິດຊອບປະສານງານດ້ານນະໂຍບາຍເສດຖະກິດ ແລະ ຢ້ຽມຢາມ ສູນ SEAMEO RELC (Southeast Asian Ministers of Education Organization Regional Language Center) ໂດຍໄດ້ພົບປະໂອ້ລົມກັບບັນດາການນໍາຂັ້ນສູງຂອງລາວ ທີ່ກໍາລັງເຂົ້າຮ່ວມການຝຶກອົບຮົມພາສາອັງກິດ ໃນລະຫວ່າງວັນທີ 27 ພະຈິກ-22 ທັນວາ 2023 ຢູ່ ສູນດັ່ງກ່າວ.