ແມນ ຊິຕີ ກຽມສ້າງສະຫນາມສຸດໄຮເທັກແຫ່ງທຳອິດຂອງໂລກ

ແມນເຊສເຕີ ຊິຕີ ທີມຜູ້ນຳພຣີເມຍລີກ ອັງກິດ ວາງແຜນສ້າງສະຫນາມບານເຕະແຫ່ງທຳອິດໃນໂລກເຫມືອນຈິງ (Metavers) ພາຍຫລັງເມື່ອຕົ້ນປີກາຍ ໄດ້ເຮັດການສຳຫລວດຕະຫລາດ ເຖິງທ່າອ່ຽງຄວາມນິຍົມຂອງໂລກເຫມືອນຈິງໃນອະນາຄົດ.

ຫລ້າສຸດ ແມນເຊສເຕີ ຊິຕີ ໄດ້ເຊັນສັນຍາລົງນາມໃນຂໍ້ຕົກລົງຮ່ວມກັບ ບໍລິສັດ ໂຊນີ ໂດຍມີເປົ້າຫມາຍເພື່ອກຽມການກໍ່ສ້າງສະຫນາມບານເຕະແຫ່ງທຳອິດຂອງໂລກ ເມຕາເວີດ (Metaverse) ທີ່ມີຊື່ວ່າ : ‘‘ເອຕິຮັດ ’’ ເຊິ່ງຄາດວ່າ ໂຊນີ ຈຳນຳຜູ້ຊ່ຽວຊານດ້ານເຕັກໂນໂລຊີໂລກເຫມືອນຈິງ Virtual Reality (VR) ມາໃຊ້ໃນການວິເຄາະພາບ ແລະ ເຕັກໂນໂລຊີການຕິດຕາມໂຄງກະດູກຈາກບໍລິສັດໃນເຄືອຂ່າຍ Hawk-Eye ໂດຍຫວັງວ່າແຟນບານຈະໄດ້ຮັບຄວາມປະທັບໃຈຈາກສະຫນາມກິລາເຫມືອນຈິງຂອງພວກເຂົາ.

ນອກຈາກນີ້ເຈົ້າຫນ້າທີ່ຂອງສະໂມສອນ ມີເປົ້າຫມາຍສູງສຸດຄື ການເພີ່່ມຄວາມບັນຈຸຂອງສະຫນາມກິລາເຫມືອນຈິງໄດ້ຫລາຍຄັ້ງ ເພື່ອຮອງຮັບກອງເຊຍທີ່ບໍ່ສະດວກເດີນທາງໄປແມນເຊສເຕີ ກໍສາມາດຊົມການແຂ່ງຂັນສົດໄດ້ທຸກບ່ອນໃນໂລກນີ້.

ທັງນີ້ ແມນເຊສເຕີ ຊິຕີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບ ໂຊນີ ໄລຍະເວລາ 3 ປີ ນັບວ່າເປັນການຂະຫຍາຍຖານແຟນບານຍຸກໃຫຍ່ ແລະ ເຖິງວ່າວຽກຈະຍັງຢູ່ໃນໄລຍະເລີ່ມຕົ້ນ ແຕ່ທີມຜູ້ຊ່ຽວຊານຂອງໂຊນີ ໄດ້ເດີນທາງໄປຍັງສະຫນາມເອຕິຮັດແລ້ວ ເພື່ອສ້າງແຜນທີ່ດິຈິຕອລ ແລະ ສ້າງສະຫນາມໃນໂລກເຫມືອນຈິງ.