ໂຣນັນໂດ ຄອງແຊ໊ມນັກກິລາມີລາຍຮັຍຫຼາຍທີ່ສຸດໃນໂລກ

 

ຄຣິສຕຽນໂນ ໂຣນັນໂດ ຊຸບເປີສະຕາຂອງ ຣິນ ມາດຣິດ ຍັງຄອງແຊ໊ມນັກກິລາທີ່ມີລາຍ ຮັບສູງທີ່ສຸດໃນໂລກ ໂດຍມີ ລາຍຮັບທັງຈາກຄ່າຈ້າງ ແລະ ເງິນອື່ນໆລວມ 93 ລ້ານໂດລາ ສະຫະລັດ ຈົນເຖິງວັນທີ 01 ມິຖຸ ນາຜ່ານມາ ຈາກການຈັດອັນ ດັບຂອງ “ຟອບ” ວາລະວານ ທຸລະກິດຊື່ດັງ.

ຮອງລົງມາ ເລບຣອນ ເຈມ ນັກກິລາບານບ້ວງຂອງ ຄລີຟ ແລນ ຄາວາເລຍ 86.3 ລ້ານໂດ ລາ ສະຫະລັດ. ສ່ວນ ລິໂອເນລ ເມສຊີຈາກ ບາເຊໂລນາ ທີ່ເຄີຍ ຄອງອັນດັບ 2 ໃນປີຜ່ານມາ ຕົກ ມາຢູ່ທີ 3 ມີລາຍຮັບ 80 ລ້ານ ໂດ ລາ ສະຫະລັດໜ້ອຍກວ່າປີຜ່ານ ມາ 13 ລ້ານໂດລາ ສະຫະລັດ.

ສະຫຼຸບອັນດັບອື່ນໆອັນດັບ 4. ໂຣເຈີ ເຟເດິເຣີ 62 ລ້ານໂດລາ ສະຫະລັດ. ອັນດັບ 5 ເຄວິນ ດູ ແຣນ 60.6 ລ້ານໂດລາ ສະຫະ ລັດ. ອັນດັບ 6 ແອນດຣູ ລັກ 50 ລ້ານໂດລາ ສະຫະລັດ. ອັນດັບ 7 ຣໍຣີ ແມັກອິລຣອຍ 50 ລ້ານໂດ ສະຫະລັດ. ອັນດັບ 8 ສະຕີເຟນ ເຄີຣີ 47.3 ລ້ານໂດລາ ສະຫະ ລັດ. ອັນດັບ 9 ເຈມ ຮາເດນ 46.8 ລ້ານໂດລາ ສະຫະລັດ. ອັນດັບ 10 ລູອິສ ແຮມິລຕັນ 46 ລ້ານໂດສະຫະລັດ.