ແມນຢູ ກຽມຕໍ່ສັນຍານັກເຕະຄົນສຳຄັນ ຫລັງກັບມາສ້າງຜົນງານດີໃນຍຸກ ຣັງນິກ


ເດລີ ເມລ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ຄະນະບໍລິຫານຂອງ ແມນເຊສເຕີ ຢູໄນເຕັດ ກຽມແຜນທີ່ຈະຂະຫຍາຍສັນຍາຂອງ ດີໂອໂກ ດາໂລ ກອງຫລັງຕົວເກ່ັງຂອງທີມ ອອກໄປອີກເປັນເວລາ 1 ປີ.
ດາໂລ ຖືເປັນ 1 ໃນນັກເຕະທີ່ກັບມາເກີດໃຫມ່ກັບທີມພາຍໃຕ້ການເຂົ້າມາຂອງ ຣາຟ ຣັງນິກ ແລະ ດາໂລ ອາຍຸ 22 ປີ ເຫລືອສັນຍາເຖິງປີ 2023 ແລະສະໂມສອນຕ້ອງການທີ່ຂະຫຍາຍອອກໄປເພີ່ມອີກ 1 ປີ ເຊິ່ງມີລາຍງານວ່າ ສະໂມສອນຈະຍັງບໍ່ມອບສັນຍາຍາວໃຫ້ກັບນັກເຕະ ການຂະຫຍາຍສັນຍາເພີ່ມເປັນພຽງຕົວເລືອກທີ່ເຮັດກັນເອົາໄວ້ ແລະ ຈຸດດປະສົງຕ້ອງການເກັບນັກເຕະໄວ້ໃຫ້ຜູ້ຈັດການຄົນຕໍ່ໄປເລືອກໃຊ້ງານ ແລະ ຫາກບໍ່ເປັນປະໂຫຍດກໍຈະຂາຍອອກກ່ອນຫມົດສັນຍາ.
ສຳລັບ ດີໂອໂກ ດາໂລ ປັດຈຸບັນອາຍຸ 22 ປີ ຍ້າຍມາຮ່ວມທີມ ແມນເຊສເຕີ ຢູໄນເຕັດ ຕັ້ງແຕ່ປີ 2022 ແຕ່ກໍເປັນກຳລັງສຳຮອງຂອງ ໂອເລ ກຸນນາ ໂຊລຊາ ກ່ອນຈະໄດ້ຮັບໂອກາດຈາກ ຣາຟ ຣັງນິກ ໃຫ້ຂຶ້ນເປັນຕົວຈິງແທນທີ່ຂອງ ອາຣອນ ວານ-ບິສຊາກາ ໂດຍໃນລະດູການນີ້ລົງສະຫນາມໄປແລ້ວ 20 ເກມໃນທຸກລາຍການກັບສະໂມສອນ.

