“ຖ້າ” ສົງຄາມ ຣັດເຊຍ-ຢູເຄຣນ ເກີດຂຶ້ນແທ້ ເຮົາພົນລະເມືອງໂລກຈະໄດ້ຮັບຜົນກະທົບແນວໃດ ?

ວິນາທີນີ້ອາດບໍ່ມີໃຜຈະບໍ່ລຸ້ນສະຖານະການອັນເຄັ່ງຮ້ອນທີ່ກຳລັງເກີດຂຶ້ນໃນຢູເຄຣນ ແລະ ຣັດເຊຍວ່າຈະພັດທະນາໄປທາງໃດ. ໃນໄລຍະເວລາປະມານສອງເດືອນຜ່ານມານັບແຕ່ປີໃໝ່ ພວກເຮົາຈະໄດ້ຍິນສື່ຕາເວັນຕົກລາຍງານເກືອບທຸກວັນໃນທຳນອງວ່າ: “ຣັດເຊຍກຳລັງຈະເອົາແທ້ແນ່ນອນ” ແຕ່ຈົນຮອດທຸກວັນນີ້ ສະຖານະການຍັງຊົງຕົວ ແລະ ຍັງບໍ່ໄດ້ມີສົງຄາມເກີດຂຶ້ນແຕ່ຢ່າງໃດ.

ສຳລັບທ່ານທີ່ກຳລັງສົງໄສ ແລະ ສົນໃຈວ່າ: ສະຫລຸບແລ້ວ ສົງຄາມຈະເກີດ ຫລື ບໍ່, ແຕ່ຫລາຍທ່ານຍັງບໍ່ໝົດຂໍ້ສົງໄສວ່າ: ຖ້າສົງຄາມເຢັນພັດທະນາໄປເປັນສົງຄາມຮ້ອນແທ້ໆ ພວກເຮົາໃນຖານະພົນລະເມືອງໂລກຈະໄດ້ຮັບຜົນກະທົບແນວໃດ ໃນເມື່ອຈຸດເກີດເຫດຢູ່ຫ່າງໄກເຮົາອອກໄປເກືອບເຄິ່ງໂລກ.

ແນ່ນອນທີ່ສຸດ ຈາກສະພາບຂອງເສດຖະກິດໂລກໃນຍຸກເຮົານັ້ນເຊື່ອມໂຍງເປັນໜຶ່ງດຽວກັນ. ດັ່ງນັ້ນ ເມື່ອເກີດເຫດຄວາມຂັດແຍ່ງຕ່າງໆ ເຖິງວ່າຈະຢູ່ກັນຄົນລະມຸມໂລກ ແຕ່ຜົນກະທົບກໍສາມາດເກີດຂຶ້ນກັບຄົນທົ່ວໂລກຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະຣັດເຊຍທີ່ເປັນຜູ້ຄອບຄອງຊັບພະຍາກອນທຳມະຊາດຈຳນວນ 1 ໃນ 3 ຂອງທົ່ວໂລກ ແລະ ຢູເຄຣນເປັນແຫລ່ງຜະລິດອາຫານລາຍໃຫຍ່ຂອງໂລກ ເຊິ່ງຜົນຜະລິດຂອງທັງສອງປະເທດຖືເປັນປັດໄຈສີ່ທີ່ທຸກຄົນໃນໂລກຈຳເປັນຕ້ອງບໍລິໂພກໃນຊີວິດປະຈຳວັນ.

ພະລັງງານ ແລະ ແກັສ

ຣັດເຊຍເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 5 ຂອງເອີຣົບ ແລະ ມີເສດຖະກິດໃຫຍ່ເປັນອັນດັບ 11 ຂອງໂລກ ເມື່ອໃຊ້ມາດຕາວັດ GDP ແລະ ເປັນອັນດັບ 6 ຂອງໂລກເມື່ອວັດແທກດ້ວຍ PPP.

ດ້ວຍພື້ນທີ່ກວ້າງໃຫຍ່ໄພສານຂອງຣັດເຊຍທີ່ຄວບຄຸມພູອູຣາລ, ປ່າໄຊບີເຣຍ ແລະ ແຄວ້ນຕາເວັນອອກໄກ ທີ່ອຸດົມໄປດ້ວຍເຊື້ອໄຟຟໍຊິລ, ສິນແຮ່ຕ່າງໆ ແລະ ປ່າໄມ້ ເຮັດໃຫ້ຣັດເຊຍເປັນຜູ້ຄອບຄອງ 30% ຂອງຊັບພະຍາກອນທຳມະຊາດທີ່ມີທັງໝົດໃນໂລກ ຈຶ່ງບໍ່ຜິດຖ້າຣັດເຊຍຈະໄດ້ຊື່ວ່າ: “ອະພິມະຫາອຳນາດພະລັງງານຂອງໂລກ”.

ໂດຍຣັດເຊຍເປັນຜູ້ຄອບຄອງແຫລ່ງສຳຮອງແກັສທຳມະຊາດໃຫຍ່ທີ່ສຸດຂອງໂລກ, ເປັນຜູ້ຄອບຄອງແຫລ່ງສຳຮອງນ້ຳມັນລາຍໃຫຍ່ອັນດັບ 8 ຂອງໂລກ, ເປັນຜູ້ຄອບຄອງແຫລ່ງສຳຮອງຫີນນ້ຳມັນລາຍໃຫຍ່ສຸດຂອງເອີຣົບ, ເປັນຜູ້ສົ່ງແກັສທຳມະຊາດລາຍໃຫຍ່ເປັນອັນດັບ 1 ແລະ ຜະລິດແກັສທຳມະຊາດເປັນອັນດັບ 2 ຂອງໂລກ.

ໂດຍຕົວຢ່າງມູນຄ່າການສົ່ງອອກຂອງນ້ຳມັນດິບມີ 1 ແສນລ້ານໂດລາສະຫະລັດ, ຜະລິດຕະພັນປິໂຕຣລຽມ 7 ໝື່ນລ້ານໂດລາສະຫະລັດ ແລະ ແກັສທຳມະຊາດ 5,5 ໝື່ນລ້ານໂດລາສະຫະລັດ.

ຖ່ານຫີນ ແລະ ສິນແຮ່ຕ່າງໆ

ນອກຈາກນີ້ ຣັດເຊຍຍັງເປັນຜູ້ຄອບຄອງແຫລ່ງສຳຮອງຖ່ານຫີນລາຍໃຫຍ່ອັນດັບ 2 ຂອງໂລກ ລວມທັງສິນແຮ່ຕ່າງໆເຊັ່ນ: ເປັນຜູ້ສົ່ງອອກແພລທິນຳ, ວາເນດຽມ ແລະ ໂຄບອລ ອັນດັບ 2 ຂອງໂລກ, ເປັນຜູ້ສົ່ງອອກຄຳ, ນິກເກິລ ແລະ ກຳມະຖັນ ເປັນອັນດັບ 3 ຂອງໂລກ, ເປັນຜູ້ສົ່ງອອກເງິນ ແລະ ຟອສເຟດ ເປັນອັນດັບ 4 ຂອງໂລກ, ເປັນຜູ້ສົ່ງອອກແຮ່ເຫລັກ ເປັນອັນດັບ 5 ຂອງໂລກ ໂດຍຕົວຢ່າງມູນຄ່າການສົ່ງອອກຄື: ຖ່ານຫີນ 1,7 ໝື່ນລ້ານໂດລາສະຫະລັດ, ແຮ່ເຫລັກ 2,9 ໝື່ນລ້ານໂດລາສະຫະລັດ.

ກະສິກຳ

ທັງຣັດເຊຍ ແລະ ຢູເຄຣນຕ່າງເປັນຜູ້ສົ່ງອອກສິນຄ້າກະສິກຳລາຍໃຫຍ່ຂອງໂລກ ໂດຍຣັດເຊຍເຖິງວ່າມີເນື້ອທີ່ກວ້າງໃຫຍ່ໄພສານທີ່ສຸດ, ແຕ່ຈາກສະພາບອາກາດໜາວໃນຫລາຍພາກ. ດັ່ງນັ້ນ ຈຶ່ງມີພື້ນທີ່ເໝາະສົມແກ່ການປູກພຽງ 122 ລ້ານເຮັກຕາ ເຊິ່ງຕິດ 1 ໃນ 3 ຂອງໂລກ. ສ່ວນຢູເຄຣນຢູ່ອັນດັບ 9 ທີ່ມີເນື້ອທີ່ປູກຝັງ 33 ລ້ານເຮັກຕາ ແລະ ຍັງເປັນດິນດຳທີ່ມີຄວາມອຸດົມສົມບູນຫລາຍເປັນພິເສດ ຢູເຄຣນຈຶ່ງມີອີກສາຍາໜຶ່ງວ່າເປັນກະຕ່າເຂົ້າໜົມປັງແຫ່ງເອີຣົບ.

ຣັດເຊຍເປັນຜູ້ສົ່ງອອກເຂົ້າສາລີ ລວມທັງຜູ້ຜະລິດເຂົ້າບາເລ, ບັກວີດ ແລະ ເຂົ້າໄຣ ອັນດັບ 1 ຂອງໂລກ ແລະ ຍັງເປັນຜູ້ຜະລິດເມັດຕາເວັນອັນດັບ 2 ຂອງໂລກ. ຂະນະທີ່ຢູເຄຣນເປັນຜູ້ຜະລິດເມັດຕາເວັນເປັນອັນດັບ 1 ຂອງໂລກ, ເປັນຜູ້ຜະລິດບັກວີດ, ມັນຝຣັ່ງ ແລະ ໝາກອຶ ເປັນອັນດັບ 3 ຂອງໂລກ, ເປັນຜູ້ຜະລິດເຂົ້າໂພດ ແລະ ກະຫລໍ່າປີເປັນອັນດັບ 5 ຂອງໂລກ, ເປັນຜູ້ຜະລິດເຂົ້າບາເລ, ເຂົ້າໄຣ, ຊູກາບີດ ແລະ ເຣປຊີດ ເປັນອັນດັບ 7 ຂອງໂລກ, ເປັນຜູ້ຜະລິດເຂົ້າສາລີເປັນອັນດັບ 8 ຂອງໂລກ.

ຈະເຫັນໄດ້ວ່າ: ທັງຣັດເຊຍ ແລະ ຢູເຄຣນຄອບຄອງອັດຕາສ່ວນຈຳນວນຫລາຍໃນຖານະຜູ້ Supply ສິນຄ້າໂພກກະພັນຂອງໂລກ.

ຈາກຂໍ້ມູນເບື້ອງຕົ້ນເຮັດໃຫ້ເຮົາເຫັນແລ້ວວ່າ: ຣັດເຊຍເປັນ Spplier ລາຍໃຫຍ່ຂອງໂລກໃນດ້ານພະລັງງານທຳມະຊາດ, ສິນແຮ່ຕ່າງໆ, ຖ່ານຫີນ ແລະ ເປັນ Supplier ລາຍໃຫຍ່ຮ່ວມກັບຢູເຄຣນໃນດ້ານຂອງສິນຄ້າໂພກກະພັນ. ຖ້າເກີດສົງຄາມຂຶ້ນ ລາຄາແກັສທຳມະຊາດ ແລະ ນ້ຳມັນເຊື້ອໄຟຈະຕ້ອງເພີ່ມສູງຂຶ້ນກວ່າທຸກວັນນີ້ແນ່ນອນ ເນື່ອງຈາກຣັດເຊຍອາດໃຊ້ມາດຕະການງົດສົ່ງອອກ ເນື່ອງຈາກນອກຈາກສິນຄ້າດັ່ງກ່າວຈະເປັນປັດໄຈສີ່ຕໍ່ປະຊາກອນໃນເອີຣົບແລ້ວ ຍັງເປັນຍຸດທະປັດໄຈຫລັກໃນການຂັບເຄື່ອນເຄື່ອງຈັກສົງຄາມຂອງ NATO ໃຫ້ມາຕໍ່ລອງກັບຣັດເຊຍ, ແຕ່ຂະນະດຽວກັນ ການທີ່ລາຄານ້ຳມັນເພີ່ມສູງຂຶ້ນເປັນຜົນດີຕໍ່ຝັ່ງຣັດເຊຍເຊັ່ນກັນ ເນື່ອງຈາກສະຖານະເງິນຣູເບິລຂ້ອນຂ້າງຂຶ້ນຢູ່ກັບສະຖານະການລາຄານ້ຳມັນເຊັ່ນກັນ.

ຖ້າເຮົາຢ້ອນໄປເບິ່ງພົນລະວັດຂອງທັງສອງໜ່ວຍນີ້ ທັງກ່ອນ ແລະ ລະຫວ່າງເກີດສົງຄາມ ຄົນເລີ່ມກັງວົນ ແລະ ເລີ່ມຖ່າຍໂອນຊັບສິນໃຫ້ມາຢູ່ໃນສິນຊັບທີ່ມີຄວາມໝັ້ນຄົງ, ປອດໄພ ແລະ ໄດ້ຮັບການຍອມຮັບທົ່ວໂລກ ຄືໂດລາ ແລະ ຄຳຫລາຍຂຶ້ນ. ດັ່ງນັ້ນ ເຮົາຈະໄດ້ເຫັນເງິນໂດລາສະຫະລັດແຂງຄ່າຂຶ້ນ ແລະ ຄຳມີລາຄາສູງຂຶ້ນ.

ຄວາມເສຍຫາຍຈາກສົງຄາມຈະເກີດຂຶ້ນໃນພື້ນທີ່ຄວາມຂັດແຍ່ງທີ່ຕັ້ງຢູ່ບໍລິເວນປະເທດຢູເຄຣນ ແລະ ຊາຍແດນຣັດເຊຍທາງຕອນໃຕ້ ເຊິ່ງເປັນແຫລ່ງເພາະປູກສຳຄັນເຊັ່ນກັນ. ດັ່ງນັ້ນ ຈຶ່ງຫລີກລ່ຽງບໍ່ໄດ້ຈະກະທົບຕໍ່ Supply ສິນຄ້າໂພກກະພັນ ແລະ ສິນຄ້າເຫລົ່ານີ້ຈະຕ້ອງມີລາຄາແພງຂຶ້ນຢ່າງບໍ່ຕ້ອງສົງໄສ ໂດຍສິ່ງທີ່ຕາມມາຄືບັນຫາເລື່ອງຄວາມໝັ້ນຄົງດ້ານອາຫານ.

ນອກຈາກການໃຊ້ອາວຸດຍຸດໂທປະກອນ ແລະ ກຳລັງທະຫານໃນການສູ້ຮົບແລ້ວ, ໂລກຕາເວັນຕົກບໍ່ວ່າຈະເປັນອາເມລິກາ ຫລື ເອີຣົບ ຈະຕ້ອງໃຊ້ມາດຕະການຂວ້ຳບາດທີ່ຮຸນແຮງຂຶ້ນຕໍ່ຣັດເຊຍ ເພື່ອ “ບີບໄຂ່” ໃຫ້ຣັດເຊຍຍອມຖອຍອອກຈາກສະໝໍລະພູມນີ້, ອາເມລິກາໃນຖານະຜູ້ຄຸມເກມການເງິນໂລກອາດໃຊ້ມາດຕະການຂັດຂວາງບໍ່ໃຫ້ມີທຸລະກຳການເງິນໃນທຸກພາກສ່ວນຈາກທຸກປະເທດໃນໂລກກັບຣັດເຊຍເປັນໄປໄດ້ໂດຍສະດວກ.

ສິ່ງທີ່ຫລີກລ່ຽງບໍ່ໄດ້ຄື ການເມືອງລະຫວ່າງປະເທດທີ່ແຕ່ລະປະເທດຈະຖືກບີບໃຫ້ເລືອກຂ້າງວ່າຈະເລືອກຝ່າຍຕາເວັນຕົກ ຫລື ຈະເລືອກຝ່າຍຣັດເຊຍ.

ອ້າງອີງ: