ຜູ້ນຳກາຊັກສະຖານສັ່ງເຈົ້າໜ້າທີ່ ຍິງຜູ້ຊຸມນຸມໄດ້ທັນທີບໍ່ຕ້ອງເຕືອນ ອ້າງເພື່ອຕໍ່ຕ້ານກໍ່ການຮ້າຍ

ປະທານາທິບໍດີກາຊັກສະຖານສັ່ງເຈົ້າໜ້າທີ່ຍິງຜູ້ຊຸມນຸມໄດ້ທັນທີ ບໍ່ຕ້ອງແຈ້ງເຕືອນລ່ວງໜ້າ, ອ້າງຜູ້ປະທ້ວງປັນພວກກໍ່ການຮ້າຍທີ່ວາງແຜນມາຢ່າງດີ ຫວັງທຳລາຍເອກະພາບກາຊັກສະຖານ.
ວັນທີ 7 ມັງກອນ 2022, ເວັບໄຊ CNN ລາຍງານວ່າ: ທ່ານ ຄາສຊິມ ໂຈມາດ ໂຕກາເຍຟ ປະທານາທິບໍດີກາຊັກສະຖານ ອອກຄຳສັ່ງໃຫ້ກອງກຳລັງຄວາມໝັ້ນຄົງສາມາດຍິງຜູ້ຊຸມນຸມທີ່ອອກມາປະທ້ວງຕາມທ້ອງຖະໜົນໄດ້ທັນທີ ໂດຍບໍ່ຈຳເປັນຕ້ອງປະກາດເຕືອນລ່ວງໜ້າ ໂດຍອ້າງວ່າເພື່ອຢຸດຢັ້ງຄວາມຮຸນແຮງໂດຍກຸ່ມກໍ່ການຮ້າຍທີ່ຜ່ານການຝຶກແອບມາເປັນຢ່າງດີ ທີ່ຫວັງທຳລາຍຄວາມເປັນເອກະພາບຂອງກາຊັກສະຖານ.
ການຊຸມນຸມປະທ້ວງລັດຖະບານກາຊັກສະຖານເກີດຂຶ້ນນັບແຕ່ຕົ້ນອາທິດຜ່ານມາ ໂດຍຕອນທຳອິດຜູ້ຊຸມນຸມອອກມາສະແດງພະລັງບໍ່ພໍໃຈການຂຶ້ນລາຄາພະລັງງານ ກ່ອນເປົ້າໝາຍການຊຸມນຸມຈະຂະຫຍາຍວົງກວ້າງຂຶ້ນເປັນການຕໍ່ຕ້ານລັດຖະບານທີ່ມີບັນຫາສໍ້ລາດບັງຫລວງ ລວມທັງບັນຫາສັງຄົມອື່ນໆ ເຊັ່ນຄວາມທຸກຍາກ ແລະ ການວ່າງງານ ທັງທີ່ກາຊັກສະຖານເປັນປະເທດທີ່ມີຊັບພະຍາກອນນ້ຳມັນ ແລະ ແກັສທຳມະຊາດມະຫາສານ.
ລາຍງານລະບຸວ່າ: ການປະທ້ວງເລີ່ມລຸກລາມເປັນການຈະລາຈົນໃນຫລາຍພື້ນທີ່, ຜູ້ຊຸມນຸມບາງສ່ວນບຸກເຂົ້າໄປສະໜາມບິນ, ບ່ອນເຮັດວຽກຂອງລັດຖະບານ ເຮັດໃຫ້ທາງການສະຫລາຍການຊຸມນຸມຢ່າງຮຸນແຮງ.
ກ່ອນໜ້ານີ້ ກະຊວງປ້ອງກັນຄວາມສະຫງົບກາຊັກສະຖານລະບຸວ່າ: ປະຕິບັດການຂອງເຈົ້າໜ້າທີ່ເຮັດໃຫ້ມີຜູ້ກໍ່ເຫດຕິດອາວຸດ 26 ຄົນເສຍຊີວິດ. ຂະນະທີ່ຈຳນວນຜູ້ຖືກຈັບນັບແຕ່ເລີ່ມມີການປະທ້ວງສູງເຖິງ 3.000 ຄົນ ໂດຍຝັ່ງຕຳຫລວດ ແລະ ເຈົ້າໜ້າທີ່ຄວາມໝັ້ນຄົງເສຍຊີວິດ 18 ຄົນ ຈາກຄວາມບໍ່ສະຫງົບດັ່ງກ່າວ.
ຂະນະດຽວກັນ ທາງການກາຊັກສະຖານໄດ້ຮ້ອງຂໍໄປຫາອົງການສົນທິສັນຍາຄວາມໝັ້ນຄົງຮ່ວມກັນ (CSTO) ເຊິ່ງເປັນກອງກຳລັງພັນທະມິດຂອງອະດີດໂຊວຽດທີ່ນຳໂດຍຣັດເຊຍ ໃຫ້ເຂົ້າມາຊ່ວຍແກ້ໄຂສະຖານະການ ໂດຍກະຊວງປ້ອງກັນປະເທດຣັດເຊຍຫາກໍເຜີຍແພ່ພາບການລຳລຽງກຳລັງພົນເຂົ້າໄປກາຊັກສະຖານແລ້ວ.
ອ້າງອີງ:
https://edition.cnn.com/…/kazakhstan-kassym…/index.html

